ຜູ້ສ້າງວັກຊີນ ແອສຕ້າເຊເນກາ ທີ່ຊ່ວຍຊີວິດຄົນນັບລ້ານທົ່ວໂລກ (ພ້ອມທັງປະເທດລາວ 🇱🇦)ຮູບຕຸກກະຕາບາບີ້ເວີຊັ່ນລ່າສຸດໃນຮູບຫັ້ນ ແມ່ນຈຳລອງມາຈາກ ດຣ.ຊາຣາ ກິວເບີດ ເຊິ່ງເພິ່ນຫາກໍໄດ້ຮັບພະລາຊະທານຍົດ ມາຈາກສົມເດັດຣາຊິນີອາລິສະເບັດທີ 2 ແຫ່ງສະຫະລາຊະອານາຈັກ.

ໂຕກາຕູນນີ້ຂາຍດີປານເທນ້ຳເທທ່າ ເດັກນ້ອຍຜູ້ຍິງທົ່ວໂລກພາກັນຊື້ມາໄວ້!!!
ເຈົ້າຮູ້ບໍ່ວ່າ? ຜູ້ນີ້ລະ!!! ທີ່ເປັນນັກວິທະຍາສາດສາຂາຊີວະເຄມີ ຜູ້ສ້າງວັກຊີນແອສຕ້າເຊເນກ້າ ທີ່ຊ່ວຍຊີວິດຜູ້ຄົນທົ່ວໂລກ ແລະເຮັດໃຫ້ບໍລິສັດແອສຕ້າ ເຊິ່ງເປັນບໍລິສັດຢານ້ອຍໆ ກາຍເປັນບໍລິສັດທີ່ປະສົບຄວາມສຳເລັດ.
ຄິດເປັນມູນຄ່າເຖິງ 1.2 ພັນລ້ານໂດລາ ສູງທີີ່ສຸດໃນອັງກິດ.

