ວັນທີ 29 ເມສາ 2021 ຢູ່ທີ່ລະຫວ່າງກາງເຂດຊາຍເເດນແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ (ດ່ານສາກົນ ນາເພົ້າ-ຈາຫລໍ) ໄດ້ມີພິທີ ມອບ-ຮັບ ອຸປະກອນການແພດ ແລະ ເຄື່ອງບໍລິໂພກ ທີ່ແຂວງກວາງບິ່ງ ສສ ຫວຽດນາມ ນຳມາມອບໃຫ້ແກ່ແຂວງຄຳມ່ວນ ເພື່ອນຳໃຊ້ເຂົ້າໃນວຽກງານ ສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19

ໂດຍເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຄື່ອງອຸປະກອນການແພດ ປະເພດ ເຄື່ອງຜົ່ນຢາຂ້າເຊື້ອ, ເຄື່ອງຈັກຜະລິດອົກຊີ, ເຄື່ອງວັດແທກອຸນນະພູມ, ຜ້າປິດປາກ, ເຄື່ອງນຸ່ງ (ຊຸດປ້ອງກັນໂຄວິດ), ໂສບມື, ເຈວລ້າງມື ແລະ ນ້ຳເຫລົ້າຂ້າເຊື້ອ ລວມມູນຄ່າ 1 ຕື້ດົງ.

ພ້ອມນັ້ນຍັງໄປມອບປະເພດເຄື່ອງບໍລະໂພກປະກອບມີ: ເກືອ ຈຳນວນ 10 ໂຕນ, ໝີ່ໄວໆ 1.000 ແກັດ, ເຂົ້າສານ 5 ໂຕນ ແລະ ປາແຫ້ງ 1 ໂຕນ ເຊິ່ງກ່າວມອບໂດຍທ່ານ ວູ້ ດ່າຍ ຖັ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງບິ່ງ ແລະ ກ່າວຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ໂດຍມີຄະນະການນຳ ແລະ ຂະແໜງການທີ່ກ່ຽວຂ້ອງທັງສອງແຂວງເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດດັ່ງກ່າວທ່ານເຈົ້າແຂວງໆຄຳມ່ວນ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງບິ່ງ ພ້ອມດ້ວຍຄະນະພັກ, ອົງການປົກຄອງແຂວງ, ພໍ່ແມ່ປະຊາຊົນແຂວງກວາງບິ່ງ ທີ່ມີຄວາມເປັນຫ່ວງເປັນໄຍ ໃຫ້ການປະກອບສ່ວນທາງດ້ານວັດຖຸ ແລະ ຈິດໃຈຕໍ່ແຂວງຄຳມ່ວນຕະຫລອດມາ.ພ້ອມນີ້ທ່ານເຈົ້າແຂວງຄຳມ່ວນກໍ່ຍັງໄດ້ຍົກໃຫ້ເຫັນເຖິງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ.
ສຳລັບ ສປປ ລາວ ໃນປະຈຸບັນ ພະຍາດດັ່ງກ່າວແມ່ນໄດ້ແຜ່ຂະຫຍາຍເປັນວົງກວ້າງໃນຫລາຍໆແຂວງທົ່ວປະເທດ ແລະ ມີຈຳນວນຜູ້ຕິດເຊື້ອສະສົມຫລາຍກວ່າ 600 ກໍລະນີ ໃນນັ້ນປິ່ນປົວດີແລ້ວ 50 ກໍລະນີ ແຕ່ຍັງບໍ່ມີກໍລະນີເສຍຊີວິດເທື່ອ. ສຳລັບແຂວງຄຳມ່ວນ ກໍ່ມີ 01 ກໍລະນີ ເປັນແຮງງານລາວທີ່ກັບຈາກການໄປເຮັດວຽກຢູ່ປະເທດໃກ້ຄຽງທີ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ເຊິ່ງປະຈຸບັນກຳລັງປິ່ນປົວຢູ່ໂຮງໝໍແຂວງຄຳມ່ວນ.
