ໂດຍຜົນວິໄຈຈາກອັງກິດ ໄດ້ມີການກ່າວວ່າ ຜູ້ຍິງແຕ່ງງານແລ້ວຈະມີຄວາມສຸກກໍຕໍ່ເມືອ ສາມີ ແລະ ລູກໆມີຄວາມສຸກ ເບີ່ງວ່າປັດໄຈທີ່ເຮັດໃຫ້ເກີດຄວາມສຸກ ຂື້ນຢູ່ກັບຄົນອື່ນໆ

ປັດຈຸບັນຜູ້ຍິງຢູ່ຄົນດຽວມີຫຼາຍຂື້ນ ເນື່ອງຈາກມີຄວາມປ່ຽນແປງໄປ ທາງສັງຄົມ ຜູ້ຍິງໄດ້ຮັບການຍອມຮັບຫຼາຍຂື້ນ ມີຄວາມສາມາດຫຼາຍຂື້ນ ເຮັດໃຫ້ໄດ້ຮັບການຍອມຮັບໃນສັງຄົມການເຮັດວຽກ ສາມາດລ້ຽງດູຕົວເອງໄດ້
ແຕ່ກັບກົງກັນຂ້າມກັບຄົນໂສດ ມັກຈະມີຄວາມສຸກ ໄດ້ດ້ວຍຕົນເອງແບບງ່າຍໆ ສາມາດໃຊ້ຊີວິດໄດ້ຄົນດຽວ ດູແລຕົວເອງໄດ້ມີເວລາໃຫ້ກັບຕົວເອງເຫຼືອເຟືອ ໃນການສ້າງຄວາມສຸກໃນແບບຕ່າງໆໄດ້ໃຫ້ຕົວເອງ ເຊັ່ນ : ອອກໄປຊັອບປິງ ກິນເຂົ້າ ທ່ຽວໃນທີ່ຕ່າງໆ ທີ່ຍາກຈະໄປ
ແຕ່ໃນປັດຈຸບັນກໍໄດ້ມີທາງອອກຫຼາກຫຼາຍ ຖ້າເປັນຜູ້ຍິງເກັ່ງ ແລະ ສາມາດເຮັດວຽກຫາເງິນໄດ້ ເພາະດຽວນີ້ມີໂຄງການບ້ານພັກຊະລາ ເກີດຂື້ນຫຼາກຫຼາຍ ໃຫ້ໄດ້ເລືອກຕາມຄວາມຕ້ອງການ ແລະ ກຳລັງຊັບ ເຊິ່ງບາງທີຢູ່ດີກິນດີກວ່າຢູ່ບ້ານພັກອີກ
