Breaking News

ດ່ວນ ເອື້ອຍຮັກເບີ 59 ຖືກ ຈັ ບ ແລ້ວ ພ້ອມຄົນໄທອີກ 1 ຄົນ, ສ່ວນຄົນໄທອີກຜູ້ໜຶ່ງຍັງປິ່ນປົວຕໍ່.

ດ່ວນ ເອື້ອຍຮັກເບີ 59 ຖືກ ຈັ ບ ແລ້ວ ພ້ອມຄົນໄທອີກ 1 ຄົນ, ສ່ວນຄົນໄທອີກຜູ້ໜຶ່ງຍັງປິ່ນປົວຕໍ່.

ວັນທີ​ 30​ ເມສາ​ 2021​ ນີ້​ ຄະນະສອບສວນເມືອງໜອງຄາຍ ໄດ້ເຂົ້າອາຍັດຕົວ ທ້າວຊິດຕະພົນ ຈັນຂາວ ອາຍຸ​ 30​ ປີ​ ຄົນຈັງຫວັດຮ້ອຍເອັດ,​ ນາງດາວະດີ ວີລະກອນ​ ອາຍຸ​ 25​ ປີ​ (ເອື້ອຮັກສາວຕີນ່າ)​ ຄົນນະຄອນຫຼວງວຽງຈັນ​ ປະເທດລາວ​ ທີ່ໂຮງໝໍຈັງຫວັດໜອງຄາຍ​ ທີ່ລັກລອບຂ້າມຊາຍແດນ ແລະ​ ກວດພົບ​ເຊື້ອ​ແຕ່ວັນທີ​ 16​ ເມສາ​ຜ່ານມາ,​ ພາຍຫຼັງຜູ້ກ່ຽວໄດ້ຮັບການປິ່ນປົວດີ ແລ້ວຕຳຫຼວດຈຶ່ງເຂົ້າຈັບກຸມຕົວໄວ້.

ພາຍຫຼັງເຈົ້າໜ້າທີ່ເຂົ້າຈັບກຸມແລ້ວ​ ທັງສອງໄດ້ໃຫ້ສາລະພາບວ່າແມ່ນຄວາມຈິງ ລັກລອບຂ້າມຊາຍແດນບໍ່ຖືກກົດໝາຍ,​ ການແພ່ເຊື້ອພະຍາດຮ້າຍແຮງ,​ ການການນຳຄົນຕ່າງດ້າວເຂົ້າປະເທດຜິດກົດໝາຍ​ ດັ່ງນັ້ນ,​ ເຈົ້າໜ້າທີ່ຈຶ່ງກັກໂຕໄວ້ເພື່ອດຳເນີນຄະດີຕາມລະບຽບກົດໝາຍສ່ວນ ທ້າວທະນະກິດ​ ອິນຊິງ ອາຍຸ​ 31​ ປີ​ ຄົນຈັງຫວັດມະຫາສາລະຄາມ ແມ່ນຍັງປິ່ນປົວບໍ່ທັນດີ ແຕ່ກໍຈະໄດ້ຮັບຄວາມຜິດໃນຖານຄົນໄທແຕ່ເຂົ້າອອກຊາຍແດນລະຫວ່າງປະເທດຜິດກົດໝາຍ​

ທີ່ມາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.