ຈຳເປັນຕ້ອງມີຄ່າດອງ ຫຼື ບໍ່?ຄຳຖາມທີ່ກຳລັງເປັນທີ່ຖົກຖຽງກັນໃນໄລຍະນີ້ທັງໃນປະເທດເຮົາ ແລະ ປະເທດເພື່ອນບ້ານ.

ອິງຕາມກົດໝາຍຂອງ ສປປ ລາວ ເຮົາແລ້ວແມ່ນກົດໝາຍບໍ່ໄດ້ກຳນົດໄວ້ເປັນລັກຊະນະບັງຄັບໃຫ້ຕ້ອງມີຄ່າດອງ ແຕ່ກົດໝາຍໄດ້ປູທາງໃຫ້ພໍ່ແມ່ເຖົ້າແກ່ ຫຼື ການຈັດຕັ້ງຂອງທັງສອງຝ່າຍຕົກລົງກັນເອົາເອງ (ອ້າງອິງ: ມາດຕາ 147, ປະມວນກົດໝາຍແພ່ງ).

ສຳລັບຄ່າດອງນັ້ນຖືວ່າເປັນຮີດຄອງປະເພນີທີ່ບັນພະບູລຸດຂອງພວກເຮົາປະຕິບັດກັນມາແຕ່ດັ້ງເດີມ ເຊິ່ງສະໄໝແຕ່ກີ້ແມ່ນເພິ່ນຖືວ່າຄ່າດອງນັ້ນເປັນຄ່ານໍ້ານົມຂອງພໍ່ແມ່ຝ່າຍຍິງທີ່ຝ່າຍຊາຍຕ້ອງຈ່າຍເພື່ອແລກກັບການທີ່ເອົາຝ່າຍຍິງມາຢູ່ນຳຕົນ ແລະ ເຮັດໜ້າທີ່ເມຍຮັບໃຊ້ບົວລະບັດຜົວຕາມວິຖີດັ້ງເດີມ.

ຍ້ອນມີການຈ່າຍຄ່າດອງເພື່ອເອົາຝ່າຍຍິງມາເປັນເມຍ ຈຶ່ງເກີດມີກຸ່ມຄົນຈໍານວນຫຼາຍໄດ້ສ້າງແນວຄິດວ່າການຈ່າຍຄ່າດອງແມ່ນເພື່ອເປັນການແລກເອົາຜູ້ຍິງມາຮັບໃຊ້ບົວລະບັດຜົວ ແລະ ແນ່ນອນວ່າເມື່ອມີການຄິດແບບນັ້ນຈຶ່ງເກີດໃຫ້ມີຄວາມບໍ່ເທົ່າທຽມກັນລະຫວ່າງຜົວ ແລະ ເມຍໃນເວລາຢູ່ກັນເປັນຄອບຄົວ. ຄົງປະຕິເສດບໍ່ໄດ້ວ່າສ່ວນໃຫຍ່ແລ້ວໂດຍສະເພາະພໍ່ແມ່ຝ່າຍຊາຍມັກຈະຄິດວ່າແຕ່ງເອົາລູກໄພ້ເພື່ອມາຮັບໃຊ້ລູກຊາຍຕົນ ດັ່ງນັ້ນເມື່ອແຕ່ງມາແລ້ວຫາກຝ່າຍຍິງບໍ່ເອົາໃຈໃສ່ບົວລະບັດຜົວ ຫຼື ບໍ່ດຸໝັ່ນໃນການເຮັດວຽກເຮືອນວຽກຊານແລ້ວ ຝ່າຍພໍ່ແມ່ຜົວຍ່ອມຈະບໍ່ເພິ່ງພໍໃຈ.
