Breaking News

ຊົມເຊີຍ !!! ລາວ ໂທລະຄົມ ມອບເງິນ 3,2 ຕື້ກວ່າກີບ ໃຫ້ລັດຖະບານ ເພື່ອຮັບມືການແຜ່ລະບາດຮອບໃໝ່ຂອງເຊື້ອໄວຣັດ COVID-19

👏 ໃນວັນທີ 30 ເມສາ 2021 ຢູ່ທີສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ເຂົ້າມອບການອຸປະຖໍາ ເພື່ອສົມທົບທຶນຊື້ຢາວັກຊິນ ແລະ ອຸປະກອນການແພດ ຕ້ານການແຜ່ລະບາດຮອບໃໝ່ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃຫ້ລັດຖະບານ

ກໍຄືຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ລວມມູນຄ່າທັງໝົດ 3,283,000,000 ກີບ (3,2 ຕື້ກວ່າກີບ), ໃນນັ້ນເປັນເງິນສົດ 2,500,000,000 ກີບ (2,5 ຕື້ກີບ) , ຄ່າບໍລິການອິນເຕີເນັດ ໃຫ້ຄະນະສະເພາະກິດກະ ຊວງສາທາລະນະສຸກ ມູນຄ່າ 783,000,000 ກີບ

ເຊິ່ງມອບໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນພ້ອມດ້ວຍຄະນະ ແລະ ໃຫ້ກຽດຮັບໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 .

ຈາກສະພາບການກັບມາລະບາດຮອບໃໝ່ຂອງພະຍາດ COVID-19 ໃນປະເທດລາວຂອງພວກເຮົາເຫັນໄດ້ວ່າມີຄວາມໜ້າເປັນຫວ່ງຫຼາຍຕໍ່ກັບສຸຂະພາບທາງກາຍ, ຈິດໃຈ ແລະ ການດໍາລົງຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນລາວບັນ ດາເຜົ່າ ເນື່ອງຈາກຈໍານວນຕົວເລກຜູ້ຕິດເຊື້ອແມ່ນມີຈໍານວນຫຼາຍໃນແຕ່ລະມື້ເມື່ອທຽບກັບການລະບາດໃນຮອບທໍາອິດຜ່ານມາເຖີງຂັ້ນມີການລັອກດາວການເດີນທາງ ແລະ ການໄປມາຫາສູ່ ລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງຊົ່ວຄາວ ເຮັດໃຫ້ລັດຖະບານ ແລະ ຫຼາຍໜ່ວຍງານຂອງລັດຕ້ອງໄດ້ເຮັດວຽກໜັກຂື້ນກວ່າເກົ່າຫຼາຍເທົ່າ. ໂດຍສະເພາະແມ່ນທີມຄະນະສະເພາະກິດ ແລະ ບັນດາທີມແພດໝໍຜູ້ກວດຫາເຊື້ອ, ທີມປິ່ນປົວຜູ້ຕິດເຊື້ອຢູ່ບັນດາໂຮງໝໍ ແລະ ສູນປິ່ນປົວຕ່າງໆໃນທົ່ວປະເທດ.

ຕໍ່ໜ້າສະພາບການດັ່ງກ່າວ ລາວ ໂທລະຄົມ ກໍບໍ່ໄດ້ນີ້ງນອນໃຈໄດ້ສຸມທຸກຄວາມພະຍາຍາມ ແລະ ຄວາມສາມາດຂອງຕົນເຂົ້າໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວພາຍໃນອົງກອນຂອງຕົນເອງຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນການປະຕິບັດວຽກງານວິຊາສະເພາະ ແລະ ວຽງງານການໃຫ້ບໍລິການດ້ານໂທລະຄົມມະນາຄົມໃຫ້ກັບສັງຄົມໄດ້ມີຄວາມສະດວກສະບາຍ, ວ່ອງໄວ ແລະ ຮັບປະກັນຕາມມາດຕະຖານ 24/7. ພ້ອມນີ້ຍັງໄດ້ໃຫ້ຄວາມຮ່ວມມືກັບ ກະຊວງສາທາລະນະສຸກ ໃນການສືບຕໍ່ໂຄສະນາ-ປະຊາສໍາພັນ ເຜີຍແຜ່ຄວາມຮູ້ພື້ນຖານຕ່າງໆທີ່ມີປະໂຫຍດກ່ຽວກັບຜົນຮ້າຍ, ວິທີການປ້ອງກັນ ໃຫ້ຮ່າງຈາກການຕິດເຊື້ອ COVID-19 ດັ່ງກ່າວ.

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ມີຄວາມຍິນດີທີ່ໄດ້ປະກອບສ່ວນ ແລະ ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ ລັດຖະບານໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃນຄັ້ງນີ້. ຂໍເປັນກໍາລັງໃຈພ້ອມຢູ່ຄຽງຂ້າງກັບລັດຖະບານ, ທີມແພດໝໍ ແລະ ສັງຄົມລາວເພື່ອຮ່ວມມືກັນຕໍ່ສູ້ກັບພະຍາດຮ້າຍດັ່ງກ່າວຈົນສຸດຄວາມສາມາດເພື່ອພ້ອມກັນຜ່ານຜ່າວິກິດການໃນຄັ້ງນີ້ ເໝືອນກັບທີ່ພວກເຮົາໄດ້ຕໍ່ສູ້ຮ່ວມກັນ ໃນຮອບຜ່ານມາໃຫ້ໄດ້ໄວທີ່ສຸດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.