ກໍລະນີ “ລາວເທິງ” ລາວເທິງແລ້ວເປັນຫຍັງຜິດໃຜບໍ?

ເປັນຫຍັງຈຶ່ງມາດູຖູກດູຫມິ່ນປະມາດກຽດສັກສີລາວເທິງ ລາວເທິງກໍ່ເປັນຄົນຄືກັນ ມີກຽດສັກສີ ມີຫົວໃຈ ມີປະໂຫຍດຮ່ວມຊາດ ມີສ່ວນຮ່ວມຄວາມເປັນຊາດລາວທຸກດ້ານ.

ເປັນຫຍັງຈຶ່ງມັກຈຳແນກແບ່ງແຍກເຊື້ອຊາດເຜົ່າພັນ ລັດຖະບານລາວມີນະໂຍບາຍເຕົ້າໂຮມຄວາມສາມັກຄີ ບໍ່ໃຫ່ຈຳແນກເຊື້ອຊາດຊົນຊາດຊົນເຜົ່າ ມີກົດຫມາຍຢ່າງຄັກແນ່.

ເປັນຫຍັງພວກທ່ານບາງກຸ່ມຄືບໍ່ປະຕິບັດຕາມນະໂຍບາຍ ແລະ ກົດລະບຽບທີ່ພັກ-ລັດວາງອອກ ການໂພສຫລືຄອມເມັນເຫລົ່ານີ້ລ້ວນແຕ່ເປັນການຫມິ່ນປະມາດດູຖູກຢຽບຢຳກຽດສັກສີ ຄວາມເປັນຄົນຂອງກຸ່ມຊົນເຜົ່າລາວເທິງ.

