ຍີ່ປຸ່ນ ຢຸ ດໃ ຊ້ວັ ກ ຊິນໂມເດີຣນາ 1,63 ລ້ານໂດສ

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ, ເມື່ອວັນທີ 25 ສິງຫາວ່າ: ບໍລິສັດ ໂມເດີຣນາ ຖະແຫລງການ ກ່ຽວກັບ ສ ານ ປົ ນເປື້ ອນ ໃນຂວດວັກຊິນ ປ້ອ ງ ກັ ນໂ ຄ ວິ ດ ຈຳນວນໜຶ່ງ ຊຶ່ງມີ ການໃຊ້ງານ ໃນຍີ່ປຸ່ນ.

ເບື້ອງຕົ້ນ ໂມເດີຣນາ ໃຫ້ຄວາມເຫັນ ວ່າ ອາດຈະ ມີຜົນມາຈາກ ຂະແໜງ ການຜະລິດ ຂອງ ໂຮງງານ ແຫ່ງໜຶ່ງ ຢູ່ ແອັດສະປາຍ. ທັງນີ້ ງວດ ວັກຊິນ ທີ່ມີ ບັນຫາ ໂດຍກົງ ລວມມີ 565.400 ໂດສ, ຢ່າງໃດກໍ່ຕາມ ເພື່ອປ້ອງກັນ ມາດຕະຖານ ຄວາມປອດໄພ, ໂມເດີຣນາ ໄດ້ຕັດສິນໃຈ ຢຸດນຳໃຊ້ ວັກຊິນ ອີກ 2 ງວດ ຊຶ່ງມີ ເລກທະບຽນ ໃກ້ຄຽງກັນ ໂດຍການ ເອີ້ນຄືນ ວັກຊິນ ເພື່ອທຳລາຍ ໃນຄັ້ງນີ້ ລວມມີ 1,36 ລ້ານໂດສ.

ນອກຈາກນັ້ນ, ໂມເດີຣນາ ໄດ້ປະສານງານ ກັບ ລັດຖະບານ ຍີ່ປຸ່ນ ແລະ ບໍລິສັດ ທາເຄດະ ຟາຣມາຊູຕິຄອນ ເພື່ອເລັ່ງແກ້ໄຂ ບັນຫາ ທີ່ເກີດຂຶ້ນ ເພື່ອຈຳກັດຂອບເຂດ ຄວາມເສ ຍ ຫາ ຍ ໃຫ້ໄດ້ຫລາຍທີ່ສຸດ ແລະ ອື່ນໆ./.
ທີ່ມາ.ປະເທດລາວ