ລາວເປັນເດັກນ້ອຍທີ່ສະຫຼາດ ທີ່ສາມາດໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສ້າງຄວາມມ່ວນຊື່ນໃຫ້ກັບຄອບຄົວຂອງລາວ. ສຳລັບ ນ້ອງ ພູມ ອິດອອນ, ເດັກນ້ອຍ ອາຍຸ 11 ປີ ຈາກແຂວງ ຕລັງ.
ທີ່ໃຊ້ເວລາວ່າງຮຽນແກະສະລັກເກີບ ແຕະ ຂາຍເພື່ອຫາລາຍໄດ້ແບ່ງເບົາພາລະຂອງຄ່າໃຊ້ຈ່າຍຂອງຄອບຄົວ.

ນ້ອງ ພອຍ ເປັນນັກຮຽນຊັ້ນ ມ5 ຢູ່ໂຮງຮຽນ ທາດາອານຸສອນ, ເມືອງຫ້ວຍຢອດ, ແຂວງ ຕລັງ ມີຄວາມສົນໃຈໃນການຮຽນສິລະປະຕັ້ງແຕ່ອາຍຸໄດ້ 2 ປີ, ຈຶ່ງເຮັດໃຫ້ລາວມີພອນສະຫວັນທາງດ້ານສິລະປະ.

ໂດຍນ້ອງໄດ້ຮັບແນວຄວາມຄິດຂອງການແກະສະຫຼັກຈາກການແຕ້ມຮູບໃສ່ເກີບເກີບ ແລະ ແກະສະຫຼັກຕາມຮູບແບບຂອງຕົນເອງ. ນ້ອງໄດ້ຝຶກຊ້ອມ ແລະ ເຮັດວຽກດ້ານນີ້ຫຼາຍກວ່າ 2 ປີ.

ວຽກງານແກະສະຫຼັກເກີບຂອງນ້ອງສາມາດແກະສະຫຼັກໃນເວລາຮຽນ ແບ່ງເບົາພາລະຂອງຄອບຄົວຢ່າງຫຼວງຫຼາຍ ຕະຫຼອດໄລຍະພັກພາກຮຽນກໍຍັງມີການສັ່ງເຂົ້າມາຢ່າງຕໍ່ເນື່ອງເຊັ່ນດຽວກັນ.

ລາຄາແກະສະຫຼັກເກີບຂອງນ້ອງໆ ລາຄາ ຸ50.000-100.000 ກີບ ລວດລາຍທີ່ຄົນນິຍົມທີ່ສຸດແມ່ນແບບ ມັດສານຸ ລາຄາຄູ່ລະ 100.000 ກີບ.

ເວລາເຮັດວຽກຈະໃຊ້ເວລາ 1 ມື້ຕໍ່ 1 ຄູ່ ແລະ ບາງການອອກແບບອາດໃຊ້ເວລາເຖິງ 2 ມື້ເລີຍ, ນອກຈາກນັ້ນ, ນ້ອງບໍ່ພຽງແຕ່ເກັ່ງໃນການສ້າງຜົນງານສິລະປະຢ່າງດຽວເທົ່ານັ້ນ. ແຕ່ຍັງຮຽນເກັ່ງອີກ.

ນອກຈາກນັ້ນ, ວຽກງານຂອງນ້ອງໄດ້ຖືກເອີ້ນວ່າພິເສດ. ເພາະເຄີຍໄປສະແດງຄວາມສາມາດໃນລາຍການ Super 10 ທີ່ຜ່ານມາ ນອກຈາກນີ້ຍັງຈະລໍຖ້າຕິດຕາມຜົນງານ ແລະ ອັບເດດຜົນງານຜ່ານທາງ

ແຟນເພຈ Gob & Horseshoe ເລື້ອຍໆ ສາມາດຕິດຕາມ ແລະ ສັ່ງໄດ້. ທ່ານສາມາດຕິດຕາມຊ່ອງນີ້.

ທີ່ມາຂອງເກີບແກະລາຍ