Breaking News

ຊົມເຊີຍ! ທີມແພດໝໍ ຊຸດທໍາອິດ ໂຮງໝໍເສດຖາ ທີ່ສໍາເລັດ ພາລະກິດ ເບິ່ງແຍງຜູ່ ຕິດເຊື້ອ ໂ ຄ ວິ ດ

ລາຍງານຈາກ ທ່ານໝໍ Souk Phetsavong ໃຫ້ຮູ້ໃນຄືນ ວັນທີ 1 ພຶດສະພາ 2021, ກັບການຈົບພາລະກິດ ທີມແພດໝໍ ຊຸດທີ 1 ຂອງ ໂຮງໝໍເຊດຖາທິຣາດ ທີ່ໄດ້ປະຕິບັດ ໜ້າທີ່ 7 ມື້ເຕັມໆ ໃນການປິ່ນປົວ ແລະ ເບິ່ງແຍງຜູ່ຕິດເຊື້ອ ໂຄວິດ-19 ຈໍານວນ 61​ຄົນ ທີ່ມານອນປິ່ນປົວ ທີ່ໂຮງໝໍເສດຖາທິຣາດ.

ໂດຍທ່ານໄດ້ຂຽນວ່າ: ”ທີມທຳອິດຂອງໂຮງໝໍເຊດຖາທີຣາດຈົບການປະຕິບັດໜ້າທີ່ກັບການຕິດຕາມອາການຂອງຄົນເຈັບມີເຊື້ອ covid 19 ຈຳນວນ 61 ຄົນ ກັບໝໍ1ຄົນ ພະຍາບານ 3 ຄົນ

ເປັນເວລາ 7ມື້7ຄືນ ເຊີ່ງມັນຄັ້ງທຳອິດຂອງໂຮງໝໍທີ່ໄດ້ຮັບຄົນເຈັບທີ່ມີເຊື້ອເຂົ້ານອນຕິດຕາມເຊີ່ງມັນເປັນວຽກທີ່ທ້າທາຍສຳລັບພວກເຮົາ ເພາະມັນເປັນຄັ້ງທຳອິດ ທຸກໆມືື້ພວກເຮົາຈະໃສ່ຊຸດ PPE 3 ຫາ 6 ເທື່ອຕໍ່ມື້ ເທື່ອໜຶ່ງ 2ຫາ3 ຊົ່ວໂມງ.

ບອກໄດ້ເລີຍວ່າທັງຮ້ອນທັງຂາດອາກາດຫາຍໃຈເຖີງຈະເມື່ອຍແຕ່ພວກເຮົາກະບໍ່ເຄີຍປະລະໜ້າທີ່ທີ່ຂັ້ນເທີງໄດ້ມອບໝາຍໃຫ້ຈົນຮອດມື້ສຸດທ້າຍຕອນເຊົ້າຂອງມື້ນີ້ພວກເຮົາໄດ້ເກັບໂຕຢ່າງເດລະລໍຖ້າທັງຜົນ 7ໂມງຜົນກວດອອກເປັນລົບທັງ4ຄົນຈຶ່ງໄດ້ອອກມາກັກໂຕຕິດຕາມອາການ14ມື້ ແລະ ລໍຖ້າເຂົົ້າປະຈຳການອີກໃນຮອບຕໍ່ໄປ.

ສຸດທ້າຍ ຂໍຂອບໃຈມາຍັງຄົນເຈັບທີ່ມາຊ່ວຍແບ່ງເບົາໃນການເຮັດວຽກແຈກຍາຍອາຫານແລະອື່ນໆໃນທຸກໆ ຂໍໃຫ້ຄົນເຈັບທຸກຄົນແຂງແຮງແລະຫາຍຈາກເຊື້ອໄວໆເດີ ສູ້ສູ້”

ຂໍຊົມເຊີຍ! ທັງ 4 ທ່ານ ທີ່ເຮັດວຽກ ຢ່າງຫຼ້ອນໜ້າທີ່, ຂໍໃຫ້ທຸກທ່ານ ຈົ່ງສຸຂະພາບແຂງແຮງ ແລະ ກຽມພ້ອມ ໃນບັ້ນຮົບຕໍ່ໄປ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.