ດ່ວນ!! ຫ້ອງວ່າການສຳນັກງານນາຍົກລັດຖະມົນຕິ ໄດ້ຖະແຫລງຂ່າວໃຫ້ສືບຕໍ່ປະຕິດບັດມາດຕະການປ້ອງກັນໂຄວິດ-19 ອອກຕື່ມ 15 ວັນ, ນັບແຕ່ວັນທີ 16-30 ກັນຍາ 2021.🔥 ອີງຕາມ ການຖະແຫຼງຂ່າວຂອງ ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງ ໂຄວິ ດ ໃນໄລຍະວັນທີ 16-30 ກັນຍາ 2021ໂດຍມີ ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ ແລະ ມາດຕະການຜ່ອນຜັນ
ດັ່ງນີ້:*ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້*ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງສືບຕໍ່ປິດດ່ານທຸກປະເພດສືບຕໍ່ໂຈະການອອກວິຊາທ່ອງທ່ຽວສືບຕໍ່ປິດຮ້ານບັນເທິງສືບຕໍ່ປິດໂຮງສາຍຮູບເງົາສືບຕໍ່ປິດຮ້ານສະປາສືບຕໍ່ປິດສູນກິລາໃນຮົ່ມ ແລະ ກາງແຈ້ງສືບຕໍ່ປິດຮ້ານອິນເຕີເນັດຄາເຟສືບຕໍ່ປິດຮ້ານຄາຣາໂອເກະສືບຕໍ່ປິດຮ້ານສະນຸກເກີ ແລະ ກາຊີໂນສືບຕໍ່ປິດການສັນຈອນຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງສືບຕໍ່ປິດການຮຽນການສອນຫ້າມເປີດຮ້ານນວດຫ້າມເປີດຮ້ານເສີມຄວາມງາມຫ້າມເປີດຕະຫຼາດກາງຄືນຫ້າມເປີດສວນອາຫານ ແລະ ສະຖານທີ່ທ່ອງທ່ຽວຫ້າມບຸກຄົນເດິນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອຫ້າມຈັດປະຊຸມ, ໂຮມຊຸມນຸມຫ້າມຈັດງານສັງສັນ ຫຼື ຊຸມແຊວ* ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ

❖ ມາດຕະການຜ່ອນຜັນ:<(ສຳລັບແຂວງທີ່ບໍ່ມີການລະບາດ)
• ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຕະຫຼາດສົດ
•ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ
• ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ•ສຶບຕໍ່ອະນຸຍາດໃຫ້ເປີດໂຮງຈັກໂຮງງານ
•ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມຢູ່ສະຖານທີ່ນອກເຂດແດງ ສຶບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາ ແຕ່ 06:00 ໂມງ ຫາ 18:00 ໂມງ
• ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ -ອອກ ຢູ່ພາຍໃນທ້ອງຖິ່ນທີ່ບໍ່ມີການລະບາດ
• ສືບຕໍ່ອະນຸຍາດໃຫ້ດຳເນີນການ
ຂົນສົ່ງໂດຍສານ ທາງບົກ, ທາງນ້ຳ ແລະ ທາງອາກາດ
• ສຶບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າສາມາດສົ່ງສິນຄ້າ•
ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ•
ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ•
ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ
ມາດຕະການຕໍ່ຜູ້ລະເມີດ:ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງ COVID-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ວາງອອກ ແມ່ນດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຕາມແຕ່ກໍລະນີໜັກ ຫຼື ເບົາ.