#ຊ່ວຍກົດໄລ້ກົດແຊມ້ຽນຄາບອາບສົບທ້າວຄຳສຸກທີ່ເສຍຊີວິດສົ່ງສະການມື້ນີ້ແລ້ວເງິນຍັງບໍ່ພໍ5ແສນກີບວອນສັງຄົມຊ່ວຍ.

ທ້າວ ຄຳສຸກ ໄຊສະຫວັນ ອາຍຸ 33 ປີ ເປັນຄົນບ້ານ ປັກແຮດ, ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ. ໂດຍມີອາຊີບຫາເຊົ້າກິນຄ່ຳ, ແຕ່ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ. ເຮັດໃຫ້ຜູ້ກ່ຽວບໍ່ມີວຽກເຮັດງານທຳ ສົມທົບກັບມີອາການໂລກຊຶມເສົ້າມາແຕ່ນານ. ຈຶ່ງໄດ້ຕັດສິນໃຈຈົບຊີວິດຕົນເອງດ້ວຍການແຂວນຄໍ. ເຊິ່ງໄດ້ເສຍຊີວິດໃນວັນທີ 30 ເມສາ 2021 ເວລາປະມານ 13:00 ນາທີ. ທາງຜູ້ເປັນແມ່ເອງກໍໄດ້ພຽງແຕ່ຮ້ອງໄຫ້ ເພື່ອຂໍໃຫ້ຊີວິດຂອງທ້າວຄຳສະກັບຄືນມາ.

ເນື່ອງຈາກເປັນຄອບຄົວທີ່ທຸກຍາກຂາດເຂີນຢ່າງແທ້ຈິງ ແລະ ກໍບໍມີເງິນທີ່ຈະມ້ຽນຄາບອາບສົບລູກຊາຍ. ຜູ້ເປັນເອື້ອຍ ຈຶ່ງໄດ້ຮ້ອງທຸກມາຍັງໜ່ວຍກູ້ໄພນະຄອນຫຼວງ 1624 ໂດຍຜ່ານການຢັ້ງຢືນຈາກອຳນາດການປົກຄອງບ້ານ ເພື່ອໃຫ້ຊ່ວຍມ້ຽນຄາບອາບສົບ ແລະ ສົ່ງສະການ.

ດັ່ງນັ້ນ, ຈຶ່ງຂໍເປີດຮັບບໍລິຈາກນຳທ່ານຜູ້ໃຈບຸນທັງຫຼາຍ ຄົນລະ 10 ພັນ, 20 ພັນກີບ ເພື່ອຊ່ວຍຄ່າສົ່ງສະການ, ມ້ຽນຄາບອາບສົບ ແລະ ກິນທານນຳທ້າວຄຳສຸກດ້ວຍ. ເຊິ່ງສົບຈະໄດ້ບຳເພັນກຸສົນ ແລະ ກຽມສົ່ງສະການໃນມື້ອື່ນ ວັນທີ 2/5/2021 (ກົງກັບວັນອາທິດ) ເວລາ 13:00 ນາທີ. ທີ່ປ່າຊ້າບ້ານເພິ່ນເອງ ຕາມຮີດຄອງປະເພນີທາງສາສະໜາ.

ທ່ານໃດຢາກຊ່ວຍມ້ຽນຄາບອາບສົບ, ສົງສະການນຳ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ. ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:

ບາດ/THB: 010120200993902001
ກີບ/LAK: 010120000993902001
ໂດຣາ/USD: 010120100993902001
ຂໍມູນເພີມເຕີມໂທ: 020 2244 1624.