Breaking News

ຜົນວິໄຈເຜີຍ !! ຜູ້ຊາຍເຮັດບ້ານການເຮືອນ ຄືຄົນ ສະຫຼາດ ໄອຄິວສູງ

ຜູ້ຊາຍທັງຫຼາຍຢ່າໂຍນວຽກບ້ານການເຮືອນໃຫ້ເມຍເຮັດຜູ້ດຽວທັງໝົດ ເພາະຜົນວິໃຈຈາກຕ່າງປະເທດບອກວ່າ ຜູ້ຊາຍເຮັດວຽກບ້ານການເຮືອນ ມີ ໄອຄິວຂ້ອນຂ້າງສູງ ຊີວິດມີຄວາມສຸກ ມີນິໄສການໃຊ້ຊີວິດທີ່ດີກວ່າ ແລະ ອາຍຸຍືນຍາວ

ແພດຕ່າງປະເທດໄດ້ເຜີຍຮ່າງກາຍແລະຫົວໃຈທາງໂຮງໝໍໄຕ້ຫວັນຫວັງຫ່ວຍລີ ກ່າວວ່າ ຜູ້ຊາຍເຮັດວຽກບ້ານການເຮືອນ ມີຂໍ້ດີ 3 ປະການ

1. ມີໄອຄິວສູງ

2. ມີນິໄສການໃຊ້ຊີວິດທີ່ດີ

3. ມີສຸຂະພາບຮ່າງກາຍທີ່ແຂງແຮງ

ຄຳຖາມ ແລ້ວເປັນຫຍັງຈື່ງມີໄອຄິວສູງ ຄຳຕອບສັງເກດເບີ່ງຈາກລັກສະນະບາງຢ່າງດັ່ງຕໍ່ໄປນີ້ :

1. ປະສິດທິພາບໃນການຈັດການສິ່ງຕ່າງໆຂ້ອນຂ້າງດີກວ່າ : ຜູ້ຊາຍທີ່ກັບມາແຕ່ເຮັດວຽກແລ້ວ ແຕ່ມານັ່ງເຮັດວຽກບ້ານການເຮືອນອີກ ເຮັດໃຫ້ຮູ້ວ່າເຂົາເປັນຄົນຊຳນານ ເຂົາຊຳນານໃນການເຮັດວຽກຫຼາຍ ຮູ້ຈັກການຈັດສັນເວລາໄດ້ສົມບູນແບບ ເມື່ອມາຮອດເຮືອນກໍມີເວລາ ແລະ ມີເຫື່ອແຮງໃນການເຮັດວຽກເຮືອນໄດ້.

2. ຄວາມສະຫຼາດທາງອາລົມຂ້ອນຂ້າງສູງ : ຜູ້ຊາຍເຫຼົ່ານີ້ຮູ້ວິທີບັນເທົາຄວາມຄຽດ ເຂົາຈະບໍ່ໃຊ້ອາລົມໃນການແກ້ໄຂບັນຫາ ຫຼື ຈັດການກັບສິ່ງຕ່າງໆ ແລະ ເຂົາສາມາດສະຫງົບສະຕິອາລົມ ແລະ ບໍ່ກັງວົນໃນສະຖານະການຕ່າງໆໄດ້.

3. ຮູ້ຈັກປະເດັນໃນວຽກງານ : ການເຮັດວຽກມີມິດໄມຕີ ມີມະນຸດສຳພັນດີຕໍ່ໝູ່ຮ່ວມວຽກ ແລະ ມີຄວາມສຳພັນຕໍ່ບຸກຄົນທີ່ດີໃນທີ່ເຮັດວຽກເຮັດໃຫ້ມີຄວາມສຸກ ມີອາລົມທີ່ຈະເຮັດວຽກເຮືອນຊານຫຼັງມາແຕ່ວຽກງານແລ້ວ.

4. ມີຄວາມເຫັນອົກເຫັນໃຈຄົນອື່ນ : ຜູ້ຊາຍທີ່ເຮັດວຽກເຮືອນຊາຍ ຄືຜູ້ຊາຍທີ່ທຸ້ມເທ ຈະບໍ່ເອົາເລື່ອງເລັກນ້ອຍໄປຄິດ ຜູ້ຊາຍແບບນີ້ຈະມີອາຍຸຍືດຍາວ ແລະ ມີຄວາມສຸກ .





ນອກຈາກນີ້ເມື່ອຈາກບຸກຄະລິກນິໄສ ການດຳເນີນຊີວິດເເລ້ວ ແພດຫວັງຫ່ວຍລີ ຍັງກ່າວວ່າ ຫຼາຍຄົນຄົງທີ່ຈະຈິນຕະນາການພາບຜູ້ຊາຍທີ່ມັກກິນດື່ມເຫຼົ້າເບຍ ແລະ ທ່ຽວກາງຄືນ ຜູ້ຊາຍທີ່ເປັນນັກເລງຈະກັບບ້ານໄປເຮັດກິນໃຫ້ຄົນໃນເຮືອນກິນບໍ່ລ່ະ.

ສະນັ້ນຜູ້ຊາຍທີ່ມັກເຮັດວຽກເຮືອນຊານ ຈະເປັນຜູ້ຊາຍທີ່ມີຫຼັກການເຮັດໃນສີ່ງທີ່ຖືກສຸຂາອະນາໄມດີຕໍ່ສຸຂະພາບ ບໍ່ມັກຟຸມເຟືອຍເວລາຢູ່ນອກບ້ານ ແລະ ມີອຸປະນິໄສດີໃນການໃຊ້ຊີວິດທີ່ດີ .

ສຳລັບວຽກເຮືອນຊານນັ້ນເຮັດແລ້ວມີຄວາມສຸກ ສຸຂະພາບດີ ເປັນເພາະວ່າ ເຊັ່ນ : ການຊັກເຄື່ອງ ອະນາໄມເຮືອນ ລ້າງຖ້ວຍບ່ວງ ແພດຫວັງງຫ່ວຍລີກ່າວວ່າ ການເຮັດວຽກເຮືອນກໍຄືການອອກກຳລັງກາຍຢ່າງໜື່ງ ໂດຍສະເພາະຫຼັງຮັບປະທານອາຫານແລ້ວ ກິນແລ້ວ ຢ່ານັ່ງເບີ່ງໂທລະພາບ ແລະ ຫຼິ້ນໂທລະສັບ ເພາະເຮັດວຽກງານນັ່ງໂຕະເຮັດມາແລ້ວ ກັບມາຍັງມານັ່ງອີກ.

ສ່ຽງຕໍ່ການເປັນໂລກ ຫຼາກຫຼາຍອີກໃດ ເນື່ອງຈາກຊີວິດໃນຍຸກນີ້ມີແຕ່ການຮີບຟ້າວຫຍຸ້ງວຸ້ນວາຍ ບໍ່ມີເວລາອອກກຳລັງກາຍໃນຍາມແລງຫຼັງເຮັດວຽກແລ້ວ ເມື່ອຮັບປະທານຶາຫານແລ້ວ ແນະນຳໃຫ້ໄປເຮັດວຽກເຮືອນ ຖືວ່າເປັນການອອກກຳລັງກາຍຢ່າງໜື່ງ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.