ແຂວງ ສະຫວັນນະເຂດ ວັນທີ 1909/2021 ໜ່ວຍກູ້ໄພ ສະຫວັນນະເຂດ 1629 ພວກເຮົາໄດ້ຮັບການປະສານງານຈາກ ຄະນະສະເພາະກິດຂັ້ນແຂວງ ພະແນກສາທາລະນະສຸກແຂວງ
ໂຮງຫມໍແຂວງ ສະຫວັນນະເຂດ ໃນການຊ່ວຍເຫຼືອ ມ້ ຽ ນ ສົ ບ ຜູ້ ເ ສ ຍ ຊີ ວິ ດ ເພດຍີງ ອາຍຸ37 ປີ ປະຊາຊົນ ບ້ານ ສອງຄອນ ເມືອງສອງຄອນ ແຂວງ ສະຫວັນນະເຂດ ເປັນແຮງງານ ມາຈາກປະເທດໄທ

ທີ່ກັບມາປີ່ນປົ່ວດ້ວຍໂລກພະຍາດຂອງຜູ້ກ່ຽວ ເ ສ ຍ ຊີ ວິ ດ ດ້ວຍໂລກພະຍາດປະຈຳໂຕເອງ ຜົນກວດໂຄວິດເປັນ ( ລົບ )

ດັ່ງນັ້ນເອງ ທາງ ທີມງານໜ່ວຍກູ້ໄພ ສະຫວັນນະເຂດ ພວກເຮົາ ໃນການສືບຕໍ່ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ19 ອີງຕາມຄຳແນະນຳຈາກຄະນະສະເພາະກິດ ແມ່ນໄດ້ດຳເນີນການ ປະຕິບັດຕາມມາດຕະການ ແບບ ຜູ້ເສຍຊີວິດໂຄວິດ ເພື່ອຄວາມປອດໄພຂອງຂົງເຂດປະຊາຊົນ

