ສ່ວນຕະຫຼາດແມ່ນສາມາດເປີດໄດ້ ເວລາ 06:00 – 18:00 ໂມງ ສະເພາະຮ້ານຂາຍສິນຄ້າກະສິກຳ, ອາຫານສົດ, ອາຫານແຫ້ງ, ເຄື່ອງປຸງແຕ່ງອາຫານ ແລະ ອາຫານຊື້ກັບບ້ານ. ສ່ວນຮ້ານຄ້າອື່ນໆທີ່ບໍ່ຈຳເປັນແມ່ນໃຫ້ປິດຊົ່ວຄາວ.
ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫຼວງແຈ້ງການໃຫ້ປິດຊົ່ວຄາວໃນໄລະຍວັນທີ 20-30 ກັນຍາ 2021 ນີ້, ບັນດາຫົວໜ່ວຍທຸລະກິດປະເພດ ສູນການຄ້າ, ຮ້ານຄ້າຊູເປີມາເກັດ-ມິນິມາດ, ຮ້ານສັບພະສິນຄ້າ, ຕະຫຼາດກາງຄືນ, ຮ້ານຂາຍເຄື່ອງນຸ່ງຫົ່ມ, ຮ້ານຂາຍເຄື່ອງກໍສ້າງ, ຮ້ານຂາຍເຄື່ອງໃຊ້ໃນຄົວເຮືອນ, ຮ້ານຂາຍເຄື່ອງສຳອາງ, ຮ້ານຂາຍເຄື່ອງໃຊ້ໄຟຟ້າ, ຮ້ານຈຳໜ່າຍໂທລະສັບ ແລະ ຮ້ານຂາຍຍົກ-ຂາຍຍ່ອຍທົ່ວໄປ.
ສຳລັບປໍ້ານໍ້າມັນເຊື້ອໄຟ ແມ່ນເປີດໄດ້ຕັ້ງແຕ່ເວລາ 06:00 ຫາ 18:00 ໂມງ.

ສໍາລັບເນື້ອໃນລາຍລະອຽດຕ່າງໆ ສາມາດອ່ານຕາມເນື້ອໃນແຈ້ງການໄດ້ເລີຍ.
