🇱🇦 🇨🇳 👏 ຂ່າວດີ !!!! ຂໍເຊີນບັນດາທ່ານ ເຂົ້າຮ່ວມການແຂ່ງຂັນແຕ່ງເພງ “ລົດໄຟລາວ-ຈີນ” ຊິງເງິນລາງວັນລວມ67 ລ້ານກີບ !!!
ທາງລົດໄຟລາວ-ຈີນ ເປັນໂຄງການທີ່ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ເຊິ່ງຈະເປີດນຳໃຊ້ໃນເດືອນທັນວາປີນີ້, ພາຍຫຼັງການເປີດນຳໃຊ້ທາງລົດໄຟລາວ-ຈີນ ການເດີນທາງຂອງປະຊາຊົນຈະວ່ອງໄວ ແລະ ສະດວກສະບາຍຫຼາຍຂຶ້ນ, ເຊິ່ງຈະພາໃຫ້ເສດຖະກິດ-ສັງຄົມຂອງ ສປປ ລາວມີການພັດທະນາຢ່າງກ້າວກະໂດດ. ເພື່ອລະນຶກເຖິງປະຫວັດການກໍ່ສ້າງອັນສະຫງ່າງາມ ແລະ ການຜ່ານຜ່າອຸປະສັກ, ການເບິ່ງແຍງເຊິ່ງກັນແລະກັນ, ການຈັບມືກ້າວເດີນໄປພ້ອມກັນຂອງລາວ ແລະ ຈີນ; ເຮັດໃຫ້ຂະບວນລົດໄຟລາວ-ຈີນ ທີ່ແລ່ນຢູ່ໃນຜືນແຜ່ນດິນລາວເຕັມໄປດ້ວຍສຽງເພງທີ່ມ່ວນ ແລະ ໜ້າອອນຊອນ, ນຳພາເສັ້ນທາງລົດໄຟລາວ-ຈີນ ໃຫ້ກ້າວເຂົ້າສູ່ຊີວິດຂອງປະຊາຊົນ ແລະ ເຂົ້າໄປເຖິງຈິດໃຈຂອງມວນຊົນ. ບໍລິສັດທາງລົດໄຟລາວ-ຈີນຈໍາກັດ ໄດ້ເປີດກິດຈະກຳການແຂ່ງຂັນແຕ່ງເພງ “ລົດໄຟລາວ-ຈີນ” ໃນຂອບເຂດທົ່ວປະເທດຂຶ້ນ.
2. ຄະນະກຳມະການຈັດງານ ແລະ ຄະນະກຳມະການຕັດສິນບຸກຄົນທີ່ມາຈາກວົງການດົນຕີ, ບໍລິສັດທາງລົດໄຟລາວ-ຈີນ, ບໍລິສັດທີ່ເຂົ້າຮ່ວມການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ບຸກຄົນໃນສັງຄົມລາວຈຳນວນໜຶ່ງ.
3. ເງື່ອນໄຂຄວາມຕ້ອງການໃນການແຕ່ງເພງ
1. ທາງລົດໄຟລາວ-ຈີນ ແມ່ນເສັ້ນທາງແຫ່ງຄວາມຝັນ. ການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນຄວາມມຸ້ງມາດປາຖະໜາຂອງຜູ້ນຳລາວຫຼາຍຍຸກຫຼາຍສະໄໝ ແລະ ເປັນ ຄວາມຝັນຮ້ອຍກວ່າປີຂອງປະຊາຊົນລາວ; ການກໍ່ສ້າງ ແລະ ການເປີດ ດໍາເນີນການທາງລົດໄຟລາວ-ຈີນນີ້ ເປັນການສ້າງໃຫ້ຄວາມຝັນຂອງປວງຊົນລາວກາຍ ເປັນຈິງ.
2. ທາງລົດໄຟລາວ-ຈີນ ເປັນເສັ້ນທາງແຫ່ງມິດຕະພາບສາຍໄຍຂອງສອງປະເທດລາວ ແລະ ຈີນ, ເປັນຄູ່ຮ່ວມຊາຕາກຳທີ່ຮ່ວມສຸກຮ່ວມທຸກກັນ. ລັດຖະບານຈີນ ແລະ ລາວ ໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ໂຄງການນີ້, ໄດ້ຮ່ວມມືຮ່ວມໃຈ ແລະ ຮ່ວມກັນຊຸກຍູ້ການກໍ່ສ້າງທາງລົດໄຟລາວ-ຈີນໃຫ້ປະສົບຜົນສຳເລັດ; ບໍລິ ສັດຜູ້ຮ່ວມໃນການກໍ່ສ້າງ ແລະ ພະນັກງານລາວ ແລະ ຈີນທົ່ວໜ້າຕ່າງກໍມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນເອົາຊະນະຕໍ່ອຸປະສັກຄວາມຫຍຸ້ງຍາກ, ທຸ້ມເທ ແລະ ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນປະສົບ ຜົນສຳເລັດ. ເຊິ່ງຜົນສຳເລັດຂອງການກໍ່ສ້າງທາງລົດໄຟລາວ-ຈີນ ກໍມາຈາກເຫື່ອແຮງ ແລະ ຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນຈີນ ແລະ ລາວ ເຊິ່ງມິດຕະພາບຂອງສອງປະເທດໄດ້ຮັບການຍົກລະດັບຂຶ້ນໃນທ່າມກາງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.
3. ທາງລົດໄຟລາວ-ຈີນ ເປັນເສັ້ນທາງແຫ່ງຄວາມຫວັງ. ໂດຍມີການກໍ່ສ້າງເປັນພື້ນຖານ ແລະ ການດຳເນີນກິດຈະການທາງລົດໄຟລາວ-ຈີນ ເປັນປັດໃຈສຳຄັນ. ຫຼັງຈາກເປີດໃຫ້ບໍລິການແລ້ວ, ທາງລົດໄຟລາວ-ຈີນຈະມີບົດບາດສຳຄັນໃນດ້ານຄົມມະນາຄົມຂົນສົ່ງຂອງລາວ, ເປັນທ່າແຮງໃນການຫຼັ່ງໄຫຼເຂົ້າມາຂອງຜູ້ຄົນ, ການຂົນສົ່ງໂລຊິດສະຕິກ, ການໄຫລວຽນຂອງເງິນທຶນ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ກະຕຸ້ນການພັດທະນາເສດຖະກິດແຫ່ງຊາດ, ຫຼຸດຕົ້ນທຶນການຂົນສົ່ງ ແລະ ເຮັດໃຫ້ລາວບັນລຸການພັດທະນາແບບກ້າວກະໂດດ.
(2) ຈຸດພິເສດຂອງຜົນງານສົ່ງເຂົ້າຮ່ວມການແຂ່ງຂັນບົດເພງທີ່ສົ່ງເຂົ້າແຂ່ງຂັນຕ້ອງສະທ້ອນໃຫ້ເຫັນເຖິງວັດທະນະທໍາພື້ນເມືອງ, ດົນຕີທີ່ມີເອກະລັກສະເພາະຂອງລາວ ແລະ ປະສົມປະສານກັລດົນຕີສາກົນ. ເນື້ອເພງເຂົາໃຈງ່າຍ, ມີຊີວິດຊີວາ, ຈັບໃຈ, ທຳນອງທີ່ສວາຍງາມໜ້າຫຼົງໄຫຼ, ມີຄວາມຄຶກຄື້ນ, ມີການສະແດງອອກ ທາງດ້ານສິລະປະທີ່ໜັກແໜ້ນ ແລະ ເປັນທີ່ດຶງດູດ.
(3) ເງື່ອນໄຂຄວາມຕ້ອງການທີ່ກ່ຽວຂ້ອງ
1) ຜົນງານສົ່ງເຂົ້າແຂ່ງຂັນຕ້ອງເປັນຕົ້ນສະບັບ, ຫ້າມລອກຮຽນແບບ ຫຼື ນຳໃຊ້ຜົນງານຂອງຄົນອື່ນ, ຫ້າມລະເມີດຊັບສິນທາງປັນຍາຂອງຜູ້ອື່ນ ຫຼື ສະຖາບັນອື່ນ. ຖ້າຜົນງານທີ່ນໍາມາແຂ່ງຂັ້ນ ມີການລະເມີດລິຂະສິດ, ກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ, ຜູ້ຈັດງານຈະມີສິດໃນການຍົກເລີກຕໍ່ຜົນງານ ແລະ ຜູ້ເຂົ້າຮ່ວມແຂ່ງຂັນຕ້ອງຮັບຜິດຊອບທາງກົດໝາຍທີ່ກ່ຽວຂ້ອງດ້ວຍຕົນເອງ.
2) ຜູ້ເຂົ້າຮ່ວມການແຂ່ງຂັນຈະຕ້ອງຮັບປະກັນວ່າຕົ້ນສະບັບແມ່ນຜົນງານສ້າງສັນ ຂອງຕົວເອງໂດຍສະເພາະ ແລະ ເປັນລິຂະສິດທີ່ສົມບູນ, ການສົ່ງຜົນງານເຂົ້າຮ່ວມໃນກິດຈະກໍາຄັ້ງນີ້ ແມ່ນຖືວ່າອະນຸຍາດໃຫ້ຜູ້ຈັດງານມີສິດທິພິເສດພຽງຜູ້ດຽວ ໃນການນໍາໃຊ້ຜົນງານເພື່ອການໂຄສະນາ. ເພງ, ເນື້ອເພງ ແລະ ລິຂະສິດຂອງເພງ ທີ່ໄດ້ຮັບຊະນະເລີດແມ່ນ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ແລະ ຜູ້ຊະນະເລີດໃນການແຂ່ງຂັນມີສິດນຳໃຊ້ຮ່ວມກັນ. ນອກຈາກເງິນລາງວັນທີ່ກໍານົດໄວ້ສໍາລັບກິດຈະກຳນີ້ແລ້ວ, ບໍລິສັດທາງລົດໄຟລາວ-ຈີນ ຈະບໍ່ຈໍາເປັນຕ້ອງມີຄ່າໃຊ້ຈ່າຍເພີ່ມສໍາລັບການນໍາໃຊ້ຜົນງານທີ່ຊະນະເລີດ ບໍ່ວ່າຈະໃນໂອກາດ ຫຼື ສະຖານທີ່ໃດໃນອະນາຄົດ.
3) ຜົນງານທີ່ສົ່ງເຂົາຮ່ວມ ຈະຖືກຄັດເລືອກໃນເບື້ອງຕົ້ນໂດຍ ຄະນະກຳມະການຈັດງານ; ຫຼັງຈາກນັ້ນຄະນະກຳມະການຕັດສິນຈະກວດສອບ ແລະ ປະເມີນຜົນງານ ເພື່ອຄັດເລືອກເພງທີ່ໄດ້ຮັບລາງວັນ.
4. ການກໍານົດລາງວັນເພງຈີນ ແລະ ເພງລາວລວມທັງເນື້ອເພງ ແລະ ເພງ, ຜູ້ຊະນະອາດແມ່ນ 1 ຄົນ , 2 ຄົນ ຫຼື ຫຼາຍຄົນ ຮ່ວມກັນຮັບລາງວັນຊະນະເລີດລາງວັນດຽວກັນ.
• ລາງວັນທີໜຶ່ງ ມີ 2 ລາງວັນ, ແຕ່ລະລາງວັນ 20 ລ້ານກີບ.
• ລາງວັນທີສອງ ມີ 2 ລາງວັນ, ແຕ່ລະລາງວັນ 10 ລ້ານກີບ.
• ລາງວັນທີສາມ ມີ 2 ລາງວັນ, ແຕ່ລະລາງວັນ 3.5 ລ້ານກີບ
5. ລາຍລະອຽດການສົ່ງຜົນງານເຂົ້າຮ່ວມ1. ກຳນົດເວລາສົ່ງຕົ້ນສະບັບ: ວັນທີ 20 ກັນຍາ ຫາວັນທີ 20 ຕຸລາ 20212. ເວລາກວດສອບ ແລະ ປະເມີນຜົນ: ວັນທີ 21-25 ຕຸລາ 20213. ປະກາດລາງວັນ: ວັນທີ 30 ຕຸລາ 20214. ວີທີການສົ່ງຕົ້ນສະບັບ: ຜູ້ເຂົ້າຮ່ວມຈະສົ່ງເອກະສານຕົ້ນສະບັບ (ລວມທັງສຽງ) ເນື້ອເພງ ແລະ ດົນຕີຕົ້ນສະບັບໄປໃຫ້ ພະແນກກວດກາພາຍໃນ, ຂ່າວສ່ານ ແລະ ວັດທະນະທຳ ຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຜ່ານທີ່ຢູ່ອີເມລ: ljhgjbx@lcrc.ltd;ຜູ້ປະສານງານ: ອາລີຍາ (ALIYA),ໂທລະສັບ: 020 58882638..
5. ເງື່ອນໄຂກໍານົດໃນການສົ່ງຕົ້ນສະບັບ: ໃນເວລາຜູ້ເຂົ້າຮ່ວມການແຂ່ງຂັນສົ່ງຕົ້ນສະບັບ ກະລຸນາຂຽນຊື່ ແລະ ນາມສະກຸນ, ບ່ອນເຮັດວຽກ, ທີ່ຢູ່, ເບີໂທລະສັບມືຖື ແລະ ອື່ນໆ.
ບໍລິສັດທາງລົດໄຟລາວ-ຈີນ
