ວັນທີ 23 ກັນຍາ 2021 ເປັນມື້ ທີ 5 ຂອງການລັອກດາວນະຄອນຫຼວງວຽງຈັນ ແຕ່ສະພາບການສັນຈອນໄປມາແມ່ນຍັງມີຢູ່ ອັນເນື່ອງຈາກບາງຄົນມີຄວາມຈຳເປັນທີ່ຕ້ອງອອກໄປປະຕິບັດໜ້າທີ່, ບາງຄົນກໍຕ້ອງໄປເຮັດວຽກໃນສ່ວນທີ່ອະນຸຍາດໃຫ້ເປີດ.
ການໄປເຮັດວຽກຕ້ອງໄດ້ຜ່ານດ່ານເຈົ້າໜ້າທີ່ແຕ່ລະດ່ານບໍ່ແມ່ນຂອງງ່າຍ ເຊິ່ງເຈົ້າໜ້າທີ່ກໍຕ້ອງເຮັດຕາມໜ້າທີ່ຂອງໃຜລາວ ແຕ່ບາງຄົນກໍຈຳເປັນແທ້ໆ ຄືດັ່ງ ທີມງານຖ່າຍທອດສົດຂອງໂທລະພາບ ທ່ານໜຶ່ງທີ່ຕ້ອງອອກຈາກເຮືອນໄປຖ່າຍທອດສົດຄະນະສະເພາະກິດໃນແຕ່ລະວັນ ຜູ້ກ່ຽວຈຶ່ງອອກມາໂພສຂໍສະແດງຄວາມເຫັນໃຈ ພ້ອມໜັງສືຢັ້ງຢືນຈາກອົງກອນວ່າ:
“ໃບເດີນທາງ ໃນໃຈກະບໍ່ຢາກອອກຈາກບ້ານດອກຢາກນອນຢູ່ເຮືອນຄືຄຳສັ່ງເພິ່ນຫ້າມຫັ້ນແລະ ແຕ່ນີ້ຄືໜ້າທີ່ ອອກເຮືອນ8ໂມງຍັງ ຮອດກະຊວງສາທາລະນະສຸກ9ໂມງປາຍ.
ເພື່ອຊິຜ່ານດ່ານໄດ້ແຕ່ລະດ່ານ, ບາງດ່ານກະເຂົ້າໃຈແດ່ ຂ້ອຍກະເອົາໜັງສືໃຫ້ເບິ່ງຢູ່ກະຍັງບໍ່ໃຫ້ຜ່ານ ແຖມມີຄຳເວົ້າກະມ່ວນໆຫູສາ ຂ້ອຍກະບໍ່ຢາກອອກຈາກເຮືອນຈັກໜ້ອຍດອກ ແຕ່ນີ້ຂ້ອຍກະໄປຮັບໃຊ້ວຽກງານກ່ຽວກັບການຄວບຄຸມໂຄວິດຄືກັນ”
ອັນນີ້ກໍໜ້າເຫັນໃຈເຈົ້າໜ້າທີ່ຄວນເຂົ້າໃຈ ເພາະເຮັດວຽກໃນທາງດຽວກັນ ແລະ ຄວນເບິ່ງເຫດຜົນ ສຳລັບນັກຂ່າວກໍແມ່ນໜຶ່ງໃນຂະແໜງວຽກຢູ່ແຖວໜ້າຂອງການເຮັດວຽກເພື່ອສັງຄົມ,ເພື່ອເຮັດວຽກປ້ອງກັນ, ຄວບຄຸມ ການລະບາດໂຄວິດ-19 ເຊັ່ນກັນ.
