ພະນັກງານຈາກສະຖານທູດສະຫະລັດອາເມລິກາໄດ້ຮ່ວມກັນປະກອບສ່ວນບໍລິຈາກເຄື່ອງໃຊ້ຕ່າງໆ ລວມທັງຜ້າອັດປາກໃຫ້ແກ່ໜ່ວຍງານທີ່ໂຮງໝໍມິດຕະພາບ ທີ່ນະຄອນຫຼວງວຽງຈັນ



ສູ້ໆເດີ້ ເຈົ້າຫນ້າທີ່ແພດໝໍທຸກໆທ່ານ..! ພະນັກງານຈາກສະຖານທູດສະຫະລັດອາເມລິກາໄດ້ຮ່ວມກັນປະກອບສ່ວນບໍລິຈາກເຄື່ອງໃຊ້ຕ່າງໆ ລວມທັງຜ້າອັດປາກໃຫ້ແກ່ໜ່ວຍງານທີ່ໂຮງໝໍມິດຕະພາບ ທີ່ນະຄອນຫຼວງວຽງຈັນ ເພື່ອໃຊ້ເຂົ້າໃນວຽກງານການຕ້ານພະຍາດໂຄວິດ19.

ອຸປະກອນເຄື່ອງໃຊ້ເຫຼົ່ານີ້ ຈະໄດ້ນໍາໄປແຈກຢາຍຕໍ່ໃຫ້ກັບບັນດາເຈົ້າໜ້າທີ່ ທີ່ຢູ່ແຖວຫນ້າເພື່ອຮັບມືກັບພະຍາດໂຄວິດ19 ທີ່ໄດ້ກະຈາຍເປັນວົງກວ້າງທົ່ວ ສປປ ລາວ.

ທາງຄະນະສະມາຄົມ ແລະ ທຸກໆຄົນຢູ່ທີ່ສະຖານທູດ ຊາບຊຶ້ງໃນການປະຕິບັດໜ້າທີ່ອັນໜັກໜ່ວງຂອງແພດໝໍໃນການຊ່ວຍເຫຼືອຜູ້ປ່ວຍ ແລະ ຊຸມຊົມໃນຊ່ວງເວລາອັນຫຍຸ້ງຍາກນີ້.

ຂໍໃຫ້ທຸກຄົນປອດໄພເດີ້!

Su Su Lao frontliners! Staff from the Embassy of the United States of America donated Covid-19 support supplies for first responders at Mitthapab hospital in Vientiane. The supplies will be further distributed to help the frontliners fight the spread of Covid-19 throughout Laos.
The committee, and everyone here at the Embassy, appreciates the hard work from medical personnel assistant patients and their local communities during this difficult time. Stay safe everyone!