ເຫດການ: ມີ 2 ພໍ່ລູກໄດ້ເກີດອຸບັດຕິເຫດຂີ່ລົດຈັກຕຳອຸປະກອນປິດກັ້ນເສັ້ນທາງທີ່ກັ້ນຢູ່ຂົວແຖວບ້ານຂ້ອຍ ເຮັດໃຫ້ລູກສາວເພີ່ນປະມານ 5-6 ປີ ຫົວແຕກທາງກາງໜ້າຜາກ

ເຮົາຜູ້ຢູ່ໃກ້ ຈຶ່ງໄດ້ຮີບບອກເພີ່ນໃຫ້ພາລູກໄປໂຮງໝໍເລີຍເພາະເຫັນເລືອດຂອງລູກສາວເພີ່ນອອກຫຼາຍ ແຕ່ພໍ່ຂອງລາວໄດ້ຕອບກັບວ່າ “ຂ້ອຍບໍ່ມີເງິນນະອ້າຍ” ແລ້ວລາວກໍ່ຂີ່ລົດໄປ ເມື່ອຮັບຄຳຕອບແບບນັ້ນ ເຮົາຈຶ່ງຮີບຂີ່ລົດນຳໄປ ໄປທັນກັນຢູ່ດົງປ່າລານ ແລະ ໄດ້ຂີ່ໄປຮຽງຂ້າງລາວແລ້ວກໍ່ບອກລາວໃຫ້ໄປໂຮງໝໍ ລາວກໍ່ຕອບຄຳເກົ່າວ່າ “ຂ້ອຍບໍ່ມີເງິນນະອ້າຍ” ເຮົາເລີຍຮີບຕອບກັບວ່າຂ້ອຍຈະຈ່າຍໃຫ້ເອງ.

ຮອດໂຮງໝໍ, ລູກສາວລາວຫົວແຕກບາດເປີດ ແລະ ເລິກຫຼາຍ, ໝໍຈຶ່ງລ້າງບາດ – ຫຍິບ 8 ເຂັມ – ສັກຢາ 1 ເຂັມໃຫ້ ແລະ ໃຫ້ນອນຕິດຕາມປະມານ 1 ຊົ່ວໂມງຖ້າບໍ່ມີອາການກໍ່ກັບໄດ້ ສ່ວນເຮົາກໍ່ໄດ້ຊຳລະຄ່າຢາ ແລະ ໄດ້ເອົາເງິນໃຫ້ເພີ່ນຊ່ຳທີ່ໄດ້ຖືເງິນຕິດໂຕໄປ ແລະ ໄດ້ເອົາເບີໂທເພີ່ນໄວ້ເພື່ອຈະໄດ້ໂທຕິດຕາມອາການຂອງລູກສາວເພີ່ນ

#ໂຄວິດເປັນເຫດ#ໃນຊ່ວງວິກິດແບບນີ້ອັນໃດທີ່ພໍຊ່ວຍກັນໄດ້ກໍ່ຊ່ວຍກັນ#ໃຜຢາກຊ່ວຍເພີ່ນປະສານມາເອົາເບີໂທນຳເຮົາໄດ້
ທີ່ມາ
