ພູໄຟພື້ນທະເລທີ່ທົງກາລະເບີດອີກ ເຊິ່ງໄດ້ສ້າງຜົນກະທົບຕໍ່ຫຼາຍປະເທດເກາະດອນມະຫາສະໝຸດປາຊິຟິກ
ຫຼັງຈາກພູໄຟພື້ນທະເລຢູ່ລາຊາອານາຈັກທົງກາ ປະເທດເກາະດອນມະຫາສະໝຸດປາຊິຟິກໃຕ້ໄດ້ລະເບີດໃນວັນທີ14 ມັງກອນຜ່ານມາ ແລະ ໃນວັນທີ 15 ມັງກອນ
ໄດ້ລະເບີດອີກ, ຢູ່ນະຄອນຫຼວງນູຄູອາລໍຟາໄດ້ສັງເກດເຫັນມີຄື້ນຊຸນະມິ. ປະເທດອ້ອມຂ້າງ ເຊັ່ນ ຟິຈີ ເຊິມົວ ແລະນີວຊີແລນ ລ້ວນແຕ່ປະກາດຄຳເຕືອນຄື້ນຊຸນະມິ.
ວິດີໂອທາງສື່ສັງຄົມອອນລາຍສະແດງໃຫ້ເຫັນວ່າ, ມີຟອງໃຫຍ່ກະທົບຝັ່ງທະເລຈົນຖ້ວມເສັ້ນທາງແລະຫຼັ່ງໄຫຼເຂົ້າເຮືອນປະຊາຊົນ.
ແຕ່ຍັງບໍ່ມີການລາຍງານການເສຍຊີວິດແລະບາດເຈັບຊົ່ວຄາວ, ກໍບໍ່ຮູ້ສະພາບການເສຍຫາຍດ້ານຊັບສິນຢ່າງລະອຽດເທື່ອ.
ພູໄຟທີ່ລະເບີດເທື່ອນີ້ ແມ່ນເລີ່ມຄຶກຄຶ້ນໃນວັນທີ20ທັນວາປີ2021ຜ່ານມາ, ຮອດວັນທີ11ມັງກອນນີ້ໄດ້ເຂົ້າສູ່ໄລຍະຢຸດເຊົາເປັນເວລາສັ້ນ.
ພູໄຟໜ່ວຍນີ້ເຄີຍລະເບີດຫຼາຍເທື່ອໃນທ້າຍປີ2014 ແລະຕົ້ນປີ2015,ເຄີຍເຮັດໃຫ້ການຈໍລະຈອນທາງອາກາດຂອງທົງກາເປ້ຍລ່ອຍ.
ລາຊາອານາຈັກທົງກາມີປະຊາກອນປະມານ 105.000 ຄົນ.Cr: CRI