ພັທ ວິລະພົນ ໄພບູນ ກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມແລະແກ້ໄຂ ພະຍາດໂຄວິດ ນະຄອນຫຼວງວຽງຈັນໄດ້ແຈ້ງວ່າ: ໄດ້ກວດເຊັກອາການຂອງຜູ້ຕິດເຊື້ອກໍລະນີທີ່ 50 ເຊິ່ງເປັນເພດຊາຍ ສັນຊາດໄທ ທີ່ໄດ້ຂ້າມມາ ນະຄອນຫຼວງວຽງຈັນ

ໃນວັນທີ່ 09ເມສາ 2021 ໂດຍບໍ່ຖືກຕ້ອງຕາມກົດໝາຍການເຂົ້າ-ອອກ(ລັກເຂົ້າເມືອງຜິດກົດໝາຍ)
ມາຮອດວັນທີ່ 28/04/2021 ຜ່ານການກວດຫາເຊື້ອຂອງຜູ້ກ່ຽວແມ່ນເປັນລົບ ແລະ ອາການດີຂຶ້ນ, ແຕ່ຕ້ອງໄດ້ຢູ່ພາຍໃຕ້ການເຝົ້າຕິດຕາມອາການຂອງຜູ້ກ່ຽວຕໍ່ໄປ ດ້ວຍການແຍກປ່ຽວຈຳກັດບໍລິເວນຈົນຄົບ14ວັນ.

ພາຍຫຼັງຄົບກຳນົດແລ້ວ ຈາກນນັ້ນທາງເຈົ້າໜ້າທີ່ ປກສ ນະຄອນຫຼວງຈະໄດ້ສືບຕໍ່ດຳເນີນຄະດີຕໍ່ຜູ້ກ່ຽວຕາມກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.
ຂ່າວ : ເພຈ ໜັງສືພິມລາວພັດທະນາ