ທ້າວ ວຽງໄຊ ອາຍຸ 20 ປີ, ຄົນເມືອງຍອດອູ ທີ່ທາງການປະກາດຕາມຫາແຕ່ວັນທີ 26 ເມສາ.
ຂໍແຈ້ງໃຫ້ທ່ານຊາບວ່າຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 2 ຂອງແຂວງຜົ້ງສາລີ ຊື່ ທ້າວ ວຽງໄຊ ອາຍຸ 20 ປີ, ເມືອງຍອດອູ, ແຂວງຜົ້ງສາລີ

ທີ່ທາງການຊອກຫາມາແຕ່ວັນທີ 26 /4/2021 ມາຮອດວັນທີ 2/5/2021 ແມ່ນພົບຕົວຜູ້ກ່ຽວແລ້ວ ເຊິ່ງຜູ້ກ່ຽວໄດ້ໄປພັກນຳພີ່ນ້ອງຢູບ້ານ ກໍນ້ອຍ, ເມືອງໄຊ, ແຂວງອຸດົມໄຊ

ໂດຍຄະນະສະເພາະກິດແຂວງອຸດົມໄຊໄດ້ນຳຕົວຜູ້ກ່ຽວມາເຂົ້າຮັບການປິ່ນປົວແລ້ວ.


ຂ່າວ: ສະຖານີວິທະຍຸ-ໂທລະພາບແຂວງຜົ້ງສາລີ