ອີງຕາມຂ່າວພະນົມເປັນ ລາຍງານໃນວັນທີ 28 ກັນຍາ 2021 ລັດຖະບານກຳປູເຈຍ ປະກາດເພີ່ມຄ່າແຮງງານ ຂັ້ນຕ່ຳ ລາຍເດືອນສຳລັບແຮງງານໃນໂຮງງານຕັດຫຍິບ ແລະ ເກີບ
ທີ່ເປັນອຸດສາຫະກຳ ສຳຄັນຂອງປະເທດອີກ ເດືອນລະ 2 ໂດລາສະຫະລັດ ມາເປັນ 194 ໂດລາ ສະຫະລັດຕໍ່ເດືອນ ມີຜົນບັງຄັບໃຊ້ ໃນຕົ້ນປີໜ້າ, ຢ່າງໃດກໍ່ຕາມ,
ແຕ່ຕົວເລກຍັງຕ່ຳກວ່າ ທີ່ບັນດາສະຫະພາບ ແຮງງານ ຮຽກຮ້ອງໃຫ້ເພີ່ມຄ່າແຮງງານ ຂັ້ນຕ່ຳອີກ ເດືອນລະ 12 ໂດລາສະຫະລັດ.ຂະນະທີ່ນາຍຈ້າງ ຈະຕ້ອງໃຊ້ເງິນເພີ່ມໃນເລື່ອງເງິນອຸດໜູນ, ເງິນເບິ່ງແຍງດ້ານສຸຂະພາບ ແລະ ສະຖານທີ່ເຮັດວຽກ ເພື່ອຕ້ານໂຄວິດ-19
ລວມເຖິງເງິນ ທີ່ຕ້ອງໃຊ້ ເດືອນລະ 4 ໂດລາສະຫະລັດຕໍ່ຫົວຄົນ ໃນການກວດຫາ ເຊື້ອພະຍາດໂຄວິດ-19.
Cr: ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ, ຂປລ
