ເມືອງປາກງື່ມ ຢືນຢັນຂໍ້ກ່າວຫາ ການຍິງປືນໃນຄ່ຳຄືນວັນອອກພັນສາ ບໍ່ມີມູນຄວາມຈິງ
ຊົມຄລິບ
ວັນທີ 25 ຕຸລາ 2021 ນີ້ ສຳນັກຂ່າວຊ່ອງ 3 ຂອງໄທລາຍງານຂ່າວວ່າທ່າວສົມພົບ ຂຳສະຫວັດ ແອັດມິນເພຈ ພິສູດບັ້ງໄຟພະຍານາກ
ນຳຫລັກຖານ ເປັນລາຍຊື່ບ້ານ, ພາບຖ່າຍ ແລະ ວີດີໂອທີ່ບັນທຶກການເກີດບັ້ງໄຟພະຍານາກ ມາເປັນຫລັກຖານຍື່ນໃຫ້ເອກກັກຄະລັດຖະທູດລາວ ສືບຫາຄວາມຈິງໃນກໍລະນີການເກີດບັ້ງໄຟພະຍານາກ ເປັນການຍິງລູກປືນສ່ອງແສງ ເພາະເປັນການຫລອກລວງໃຫ້ຄົນໄທແຖວຈັງຫວັດບຶງການ, ໜອງຄາຍ ແລະ ບຸກຄົນອື່ນໆອີກຈຳນວນຫລາຍເຊື່ອວ່າເປັນບັ້ງໄຟພະຍານາກ.
ແອັດມິນເພຈດັ່ງກ່າໃຫ້ຮູ້ວ່າ ທາງເພຈໄດ້ກວດສອບ ແລະ ສັງເກດເລື່ອງນີ້ມາໄດ້ 10 ປີແລ້ວ ຈຶ່ງສາມາດລວບລວມຂໍ້ມູນຫລັກຖານ ພໍທີ່ຈະຍື່ນຮ້ອງໃນຄັ້ງນີ້.ລາຍຊື່ບ້ານມທີ່ລວບລວມໄດ້ມີດັ່ງນີ້:ໃນເມືອງປາກງື່ມ ນະຄອນຫຼວງວຽງຈັນ

ທາງສະຖານທູດລາວກໍໄດ້ໃຫ້ຜູ້ຮັກສາຄວາມປອດໄພຂອງສະຖານທູດອອກມາຕາງໜ້າຮັບເລື່ອງຮ້ອງຂໍເປັນທີ່ຮຽບຮ້ອຍ ສ່ວນການດຳເນີນການແນວໃດນັ້ນກໍຕິດຕາມກັນຕໍ່ໄປ
.ທີ່ມາ: ໜັງສຶີພັດທະນາລາວ




.ທີ່ມາ: ໜັງສຶີພັດທະນາລາວ