ຊົມເຊີຍ ວັນທີ 3 ພຶດສະພາ, ວັນເສລີພາບສື່ມວນຊົນໂລກ (World Press Freedom Day) !!!

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເຄີຍຂະໜານນາມ ສື່ມວນຊົນລາວ ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ໃນວັນທີ 14/8/2020 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ວ່າ:
“ສື່ມວນຊົນ ເປັນຜູ້ປາກອອກແສງ ຜູ້ທີ່ແທງເຖິງໃຈ ຜູ້ສະດຸ້ງໄວເມື່ອໄດ້ອ່ານ ຜູ້ທີ່ກ້າຜ່ານອຸປະສັກ ຜູ້ທີ່ຮັກຄວາມຈິງ ຜູ້ທີ່ຍິງຖືກເປົ້າ”