ຫົວພັນເຂັ້ມງວດສຸດໆ! ຜູ້ທີ່ເດີນທາງເຂົ້າແຂວງ ສັກວັກຊີນຄົບໂດສກໍຕ້ອງກັກບໍລິເວນ 21 ວັນ
ອີງຕາມການປຶກສາຫາລື ເເລະ ເປັນເອກະພາບຂອງກອງປະຊຸມຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂັ້ນແຂວງ ຄັ້ງວັນທີ 01 ຕຸລາ 2021
ເຈົ້າແຂວງຫົວພັນ ຈິ່ງອອກແຈ້ງການແນະນຳດັ່ງນີ້:
ສືບຕໍ່ປະຕິບັດບັນດາມາດຕະການ ທີ່ລະບຸໄວ້ໃນຄຳສັ່ງ ສະບັບເລກທີ 290/ຈຂຫພ, ລົງວັນທີ 19 ກັນຍາ 2021, ແຈ້ງການແນະນໍາ ສະບັບເລກທີ 289/ຈຂຫພ, ລົງວັນທີ 19 ກັນຍາ 2021, ຄຳສັ່ງ ສະບັບເລກທີ 296/ຂ.ຫພລົງວັນທີ 23 ກັນຍາ 2021,

ສືບຕໍ່ປະຕິບັດບັນດາມາດຕະການ ທີ່ລະບຸໄວ້ໃນຄຳສັ່ງ ສະບັບເລກທີ 290/ຈຂຫພ, ລົງວັນທີ 19 ກັນຍາ 2021, ແຈ້ງການແນະນໍາ ສະບັບເລກທີ 289/ຈຂຫພ, ລົງວັນທີ 19 ກັນຍາ 2021, ຄຳສັ່ງ ສະບັບເລກທີ 296/ຂ.ຫພລົງວັນທີ 23 ກັນຍາ 2021,
ແຈ້ງການແນະນໍາ ສະບັເລກທີ 297/ຈຂ.ຫພ, ລົງວັນທີ 23 ກັນຍາ 2021 ແລະ ແຈ້ງແນະນໍາ ສະບັບເລກທີ 299/ຈຂ.ຫພ, ລົງວັນທີ 25 ກັນຍາ 2021 ບວກກັບບັນດາມາດຕະການ ທີ່ທຸກ ພາກສ່ວນຈະຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ ລະອຽດດັ່ງລຸ່ມນີ້:
1. ສໍາລັບພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານ ບໍລິສັດອົງການຕ່າງໆ ແລະ ປະຊາຊົນ ກັນມາເທົ່າທີ່ມີຄວາມຈໍາເປັນແທ້ໆທີ່ຈະເດີນທາງເຂົ້າ-ອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງ ໄດ້ປະຕິບັດຕາມມາດຕະ ການດັ່ງນີ້:
ສຳລັບບຸກຄົນທີ່ໄດ້ສັກຢາວັກຊິນບໍ່ຄົບໂດສ ຫຼື ຍັງບໍ່ໄດ້ສັກຢາວັກຊິນ ທີ່ເດີນທາງມາຈາກເຂດບ້ານ ສີຂຽວ ແລະ ສີແດງ ແມ່ນຕ້ອງໄດ້ເຂົ້າສູນກັກຕົວຢູ່ສູນກັກກັ່ນທີ່ຄະນະສະເພາະກິດກຳນົດໄວ້ເປັນເວລາ 21 ວັນ
