Breaking News

ສຶກສາອົບຮົມ ຜູ້ລັກລອບຫຼິ້ນໄພ້ ພ້ອມປັບໃໝຕາມລະບຽບການ

ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳ ຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ກັກຕົວຜູ້ລັກລອບຫຼິ້ນການພະນັນ(ຫຼິ້ນໄພ້) ຢູ່ຮ້ານກິນດື່ມແຫ່ງໜຶ່ງ ໃນເຂດບ້ານດອນໃໝ່ ເມືອງໄຊຍະບູລີ ໄປສຶກສາອົບຮົມກ່າວເຕືອນແລະ ປັບໃໝຕາມລະບຽບການ ໃນວັນທີ 22 ເມສາ ຜ່ານມາ.

ພັຕ ຈຳປາ ຄໍາພັນເພັງ ຫົວໜ້າພະແນກຕຳຫຼວດປ້ອງກັນເສດຖະກິດ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບລາຍງານວ່າ ມີກຸ່ມຄົນຈໍານວນໜຶ່ງ ໄດ້ລັກລອບຫຼິ້ນການພະນັນ ຢູ່ເຂດບ້ານດອນໃໝ່ ເມືອງໄຊຍະບູລີ ຈຶ່ງໄດ້ນຳກຳລັງວິຊາສະເພາະ ລົງກວດກາພົບກຸ່ມຄົນ ຢູ່ໃນຮ້ານກິນດື່ມ ທີ່ມີການລັກລອບຫຼິ້ນການພະນັນ ຈຳນວນ 11 ຄົນ.ໃນນັ້ນ, ມີຄົນທີ່ຫຼິ້ນການພະນັນ 4 ຄົນ, ນັ່ງເບິ່ງ 6 ຄົນ ແລະ ເຈົ້າຂອງຮ້ານອີກ 1 ຄົນ ຈຶ່ງໄດ້ນຳຕົວພວກກ່ຽວ ໄປສຶກສາອົບຮົມກ່າວເຕືອນ ແລະປັບໃໝຕາມລະບຽບການ ຂອງກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ໄດ້ອະທິບາຍໃຫ້ຜູ້ທີ່ຫຼິ້ນການພະນັນ ຈຳນວນ 4 ຄົນ ຮັບຮູ້ເຂົ້າ ໃຈຕໍ່ການປະພຶດຂອງພວກກ່ຽວ ເປັນຕົ້ນແມ່ນ ເປັນກະທຳຜິດຕໍ່ປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ສະປັບປຸງປີ 2017 ໃນໝວດທີ 2 ມາດຕາ 141 ທີ່ລະບຸໄວ້ວ່າ: ບຸກຄົນໃດ ຫາກໄດ້ຫຼິ້ນການພະນັນທີ່ຕ້ອງຫ້າມ ຈະຖີກປັບໃໝ ແຕ່ 5.000.000 ກີບ ຫາ 10.000.000 ກີບ, ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼື ເປັນເຈົ້າມື ຫຼື ເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບ ຈະຖືກລົງໂທດຕັດອິດ ສະລະພາບ ແຕ່ 3 ເດືອນ ຫາ 2 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 15.000.000 ກີບ.

ພາຍຫຼັງສຶກສາອົບຮົມພວກກ່ຽວແລ້ວ ເຈົ້າໜ້າ ທີ່ໄດ້ສ້າງບົດບັນທຶກກ່າວເຕືອນ ເພື່ອໃຫ້ພວກກ່ຽວປ່ຽນແປງພຶດຕິກຳຂອງຕົນເອງ, ຖ້າຫາກພວກກ່ຽວຍັງມີການເຄື່ອນໄຫວລັກລອບຫຼິ້ນການພະນັນອີກຄັ້ງຕໍ່ ໄປຈະຖືກເຈົ້າໜ້າທີ່ດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.

ພາບ-ຂ່າວ: ຫນັງສືພິມ ປກສ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.