Breaking News

ຕົບ​ມື​ຊົມ​ເຊີຍ ເຈົ້າ​ຂອງ​ຫ້ອງ​ແຖວອີກ​ຄອບ​ຄົວ ບໍ່ເກັບຄ່າພັກເຊົາຫ້ອງແຖວຊ່ວງ ໂ​ ຄ ວິ ດ ບໍ່ຊ່ວຍ​ເຫຼືອ​ກັນ​ຕອນ​ນີ້ ຈະ​ຊ່ວຍ​ຕອນ​ໃດ ສາ​ທຸ​ນຳ

ທ່ານ ນາງ ແສງວິໄລ ພົມຮັກສາ ເປັນທີ່ຮູ້ຈັກຊື່ຫລີ້ນ ມີນາ ເຈົ້າຂອງຫ້ອງແຖວຈໍານວນ 10 ຫ້ອງ ຕັ້ງຢູບ້ານຫນອງໄຮ ເມືອງຫາດຊາຍຟອງ ແຖວເດີ່ນເຕາະບານລ້ານຊ້າງ ໂດຍທຸກເດືອນແມ່ນເກັບຄ່າເຊົ່າເດືອນລະ 650.000 ກີບ ເພິ່ນແຈ້ງວ່າຈະບໍ່ເກັບຄ່າພັກເຊົ່າໄລຍະນີ້.

ທ່ານ ນາງ ແສງວິໄລ ພົມຮັກສາ ເປັນທີ່ຮູ້ຈັກ ມີນາ ເຈົ້າຂອງ ຮ້ານຂາຍເສື້ອຜ້າໃຫ້ສຳພາດນັກຂ່າວຜ່ານໂທລະສັບຕໍ່ນັກຂ່າວພວກເຮົາຮູ້ວ່າ: ປະຈຸບັນທຸກຄົນຕ້ອງໃດ້ກັກຕົວບໍ່ສາມາດອອກໄປຫາເງີນໃດ້ແບບນີ້ມີນາ

ແລະຄອບຄົວຈື່ງຢາກຊ່ວຍເຫລືອແບ່ງເບົາລາຍຈ່າຍກັບຜູ້ທີມາເຊົ່າຫ້ອງສະນັ້ນຈື່ງຍີນດີໃຫ້ທຸກຫ້ອງຢູ່ 1 ເດືອນໂດຍບໍ່ເກັບຄ່າເຊົ່ານໍາເພາະສ່ວນຫລາຍຄົນທີ່ມາເຊົ່າແມ່ນຈະເປັນນັກຮຽນ ແລະຄອບຄົວຫາເຊົ້າກີນຄໍ່າຄືກັນກັບເຮົາເພື້ອເປັນການແບ່ງເບົາບັນເທົາທຸກກັນໄປໃນຊ່ວງໄລຍະນີ້!

ເຖີງຈະບໍ່ໃດ້ຫຼວງໃດ້ຫຼາຍແຕ່ກະສາມາດບັນເທົາລາຍຈ່າຍໄປແລ້ວຕໍ່ 10 ຄົນ ຫລື ຕໍ່ 10 ຄອບຄົວ,ແຕ່ເຖີງຢ່າງໃດກໍ່ຕາມນີ້ມັນກໍ່ເປັນພຽງການບັນເທົາພຽງເລັກນ້ອຍເທົ່ານັ້ນທີ່ສໍາຄັນຕອນນີ້ທຸກຄົນຕ້ອງສູ້ ແລະໃຊ້ຈ່າຍເງີນແບບມີສະຕິໃຊ້ຈ່າຍໃນສີ່ງທີ່ຈໍາເປັນຈົນກວ່າສະພາບການຈະດີຂື້ນ ແລະກັບມາປົກກະຕິ.

ຂໍໃຫ້ທຸກຄົນສູ້ໆ ຂໍພາວັນນາໃຫ້ຈໍານວນຜູ້ຕິດເຊື້ອລົດລົງທຸກມື້ແຕ່ຊ່ວງນີ້ຂໍໃຫ້ທຸກຄົນຢູ່ບ້ານກັກໂຕເອງຢ່າອອກບ້ານຖ້າບໍ່ຈໍາເປັນຂໍໃຫ້ສະພາບກັບມາປົກກະຕິໄວໆ.

ຂ່າວ: ບຸນນິກ – ເສດຖະກິດສັງຄົມ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.