ຫວຽດນາມ ຈັດຄະນະຊ່ຽວຊານ ແລະອຸປະກອນການແພດ ໃຫ້ແກ່ລາວ ຕ້ານພະຍາດໂຄວິດຕາມແຫລ່ງຂ່າວ VOV.VN , ວັນທີ 3 ເດືອນພຶດສະພາ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ ໄດ້ແລກປ່ຽນ ຫລາຍບົດຮຽນ ກັບ ໜ່ວຍງານ ຊ່ຽວຊານ ຫວຽດນາມ ວ່າ ພວກເຮົາ ຈະຊ່ວຍເພີ່ືອນ ໃນການປິ່ນປົວ, ກວດກາ, ການຟື້ນຟູຢ່າງຮີບດ່ວນ. ນີ້ຖື ເປັນວຽກງານສຳຄັນ ທ່ີປັດຈຸບັນນີ້ ປະເທດລາວ ຕ້ອງການທ່ີສຸດ. ຫວຽດນາມ ຫວັງວ່າ ຈະຊ່ວຍເພື່ອນສະກັດກັ້ນ ເພື່ອໃຫ້ພະຍາດນີ້ຫລຸດລົງ.

ວັນທີ 3 ເດືອນພຶດສະພາ, ຢູ່ດ່ານສາກົນເກົາແຈວ(ແຂວງຮ່າຕິງ ສສ ຫວຽດນາມ)-ນ້ຳພາວ (ແຂວງບໍລິຄຳໄຊ ສປປລາວ), ທ່ານພົນຈັດຕະວາ ຫງວຽນຮຸ່ງຖັງ ຕາງໜ້າ ກະຊວງ ປ້ອງກັນ ປະເທດ ຫວຽດນາມ, ທັງເປັນ ຮອງຫົວໜ້າ ເສນາທິການ ກົມໃຫຍ່ ພາລາທິການ ຫວຽດນາມ ແລະ ທ່ານພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ ພາລາທິການ ກອງທັບ ປະຊາຊົນລາວ ຕາງໜ້າກະຊວງປ້ອງກັນ ປະເທດລາວ ໄດ້ເຂົ້າຮ່ວມໃນພິທີມອບ-ຮັບ ເຄື່ອງອຸປະກອນການແພດ ແລະ ຊ່ຽວຊານ ຫວຽດນາມ ໄປຊ່ວຍກອງທັບ ປະຊາຊົນລາວ ເພຶ່ອຕ້ານ ພະຍາດໂຄວິດ-19. ໂດຍມີ ທ່ານພັນເອກວໍວັນຖົງ ທ່ີປຶກສາຝ່າຍທະຫານ ສະຖານທູດ ຫວຽດນາມ ປະຈຳລາວ ເຂົ້າຮ່ວມ.

ບັນດາສິ່ງຂອງ ດັ່ງກ່າວ ລວມມີ: ຜ້າອັດປາກ 105.000 ອັນ, cloramin B 500 ກິໂລກຣາມ, ຊຸດປ້ອງກັນ ລະດັບ 4 ຈຳນວນ 5.000 ຊຸດ, ນ້ຳຢາລ້າງມື ລວມມີ1.000 ຂວດ, ນ້ຳຢາ ກວດຫາເຊື້ອ SARS-Co V 2, 1.000 ຊຸດ , ເຄື່ອງແທກ ອຸນຫະພູມ ເຄື່ອນທ່ີ 100 ຊຸດ ໂດຍມີ ມູນຄ່າເຖິງ 3 ຕື້ດົງ(ສະກຸນເງິນ ຫວຽດນາມ), ຊ່ຽວຊານ ທ່ີມີ ປະສົບການ ໃນຫ້ອງທົດລອງ ເພື່ອຕ້ານພະຍາດໂຄວິດ ໂດຍມີ ທ່ານພັນເອກ ຮສຈ.ປອ ເລວັນດົງ-ຫົວໜ້າສະຖາບັນ ການແພດສຳຮອງ ກອງທັບ ເປັນຫົວໜ້າ ໄປຊ່ວຍ ກອງກຳລັງ ແພດທະຫານ ກອງທັບປະຊາຊົນລາວ ເພື່ອຜັນຂະຫຍາຍ ການເຄື່ອນໄຫວ ວຽກງານ ທ່ີກ່ຽວຂ້ອງ ເຖິງການ ປ້ອງກັນພະຍາດ ໂຄວິດ-19.

ທ່ານພົນຕີ ຄຳເພັດ ສີຊານົນ ຕາງໜ້າໃຫ້ ກະຊວງປ້ອງກັນ ປະເທດລາວ ໄດ້ກ່າວສະແດງ ຄວາມຂອບໃຈຢ່າງສູງ ຕໍ່ກອງທັບປະຊາຊົນ ຫວຽດນາມ ທ່ີໃຫ້ການຊ່ວຍເຫລືອໃນຄັ້ງນີ້ ຢ່າງທັນການ ເພື່ອສະກັດກັ້ນ ພະຍາດໂຄວິດ-19. ນີ້ຖືເປັນການ ສະແດງໃຫ້ເຫັນເຖິງ ນ້ຳໃຈມິດຕະພາບພິເສດ, ການຮ່ວມມື ຢ່າງຮອບດ້ານ ລະຫວ່າງ ສປປ ລາວ ແລະ ຫວຽດນາມ.