ອິນເດຍ ຈະເປີດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນກາງເດືອນນີ້.
ອິນເດຍ ຈະກັບມາເປີດປະເທດ ຕ້ອນຮັບ ນັກທ່ອງທ່ຽວຕ່າງປະເທດ ຕັ້ງແຕ່ ວັນທີ 15 ຕຸລານີ້ ຫລັງຈາກໃຊ້ນະໂຍບາຍປິດປະເທດຫລາຍກວ່າ 1ປີ ເນື່ອງຈາກຜະເຊີນກັບ ການລະບາດໂຄວິດ-19 ຢ່າງຮຸນແຮງ ໃນໄລຍະຜ່ານມາ ດ້ວຍການອອກໃບຮັບຮອງປະກອບເອກະສານເດີນທາງ (ວີຊ່າ) ໃຫ້ແກ່ ຊາວຕ່າງປະເທດ ທີ່ເດີນທາງດ້ວຍເຮືອບິນແບບເໝົາລຳ ຕັ້ງແຕ່ວັນທີ 15 ຕຸລາ ເປັນຕົ້ນໄປ ລວມທັງຖ້ຽວບິນອື່ນໆ ຕັ້ງແຕ່ວັນທີ 15 ພະຈິກ 2021ແຕ່ເນັ້ນໃຫ້ນັກທ່ອງທ່ຽວຕ່າງປະເທດ ສາຍການບິນ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ ຈະຕ້ອງປະຕິບັດຕາມຫລັກການປ້ອງກັນໂຄວິດ-19 ເມື່ອເດີນທາງມາຮອດ ສະໜາມບິນສາກົນອິນເດຍຢ່າງເຂັ້ມງວດ.
ຂະນະນີ້ ອິນເດຍ ມີຜູ້ຕິດເຊື້ອລາຍໃໝ່ ວັນລະ 20.000 ຄົນ ແລະ ມີຜູ້ເສຍຊີວິດວັນລະ 200-300 ຄົນ ຫລຸດລົງ ຈາກໄລຍະລະບາດຮຸນແຮງ ທີ່ມີຜູ້ຕິດເຊື້ອລາຍໃໝ່ວັນລະ 400.000 ຄົນ ແລະ ເສຍຊີວິດ ວັນລະ 4.000 ຄົນ ໃນເດືອນເມສາ ແລະ ພຶດສະພາ ຜ່ານມາ ໂດຍມີຍອດຜູ້ຕິດເຊື້ອ ສະສົມເກືອບ 34 ລ້ານຄົນ ແລະ ເສຍຊີວິດ 450.000 ກວ່າຄົນ.
