💡 ທ່ານຮູ້ຫຼືບໍ່ວ່າ ວັນທີ່ 11 ຕຸລາ ຂອງທຸກໆປີ ອົງການສະຫະປະຊາຊາດ ໄດ້ກໍາໜົດໃຫ້ເປັນ ວັນເດັກນ້ອຍຍິງສາກົນ ຫຼື International Day of a Girl ຂຶ້ນ ເພື່ອໃຫ້ທົ່ວໂລກ
ໄດ້ຮັບຮູ້ ກ່ຽວກັບສິດ ແລະ ໂອກາດ ສໍາຫຼັບເດັກນ້ອຍຍິງ ໃຫ້ໄດ້ຮັບການພັດທະນາ ໃນດ້ານຕ່າງໆ ເພື່ອແກ້ໄຂບັນຫາເຊັ່ນ: ການສຶກສາ, ຄວາມບໍ່ເທົ່າທຽມທາງດ້ານ ບົດບາດຍິງຊາຍ, ແລະ ການບໍລິການ ດ້ານສຸຂະພາບ.
ຂໍ້ມູນຈາກ UNICEF ຊີ້ໃຫ້ຮູ້ວ່າ 90% ຂອງປະຊາກອນເດັກນ້ອຍ ຫຼາຍກ່ວາ 1.000 ລ້ານຄົນ ໃນທົ່ວໂລກ ໃນຈໍານວນນີ້ ລວມມີເດັກນ້ອຍຍິງ 600 ລ້ານຄົນ ອາໄສຢູ່ໃນປະເທດດ້ອຍພັດທະນາ ແລະ ບໍ່ໄດ້ເຂົ້າເຖິງການສຶກສາທີ່ພຽງພໍ ລວມໄປຮອດການຄຸ້ມຄອງແຮງງານ ສະຫວັດດີການ
ຊຶ່ງສະຖານະການນິ້ ເກີດຂຶ້ນ ພາຍໃຕ້ການປ່ຽນແປງ ທາງດ້ານນະວັດຕະກໍາ ທີ່ໄວວາ ການປ່ຽນແປງຕະຫຼາດແຮງງານ ທີ່ຕ້ອງການຄົນທີ່ມີຄວາມຄິດສ້າງສັນ ມີທັກສະ, ແລະ ການແຜ່ລະບາດຂອງເຊື້ອໂຄວິດ-18 ມີ່ມາຂັດຂວາງ ຫຼາຍກິດຈະກໍາ ການພັດທະນາ ຂອງເດັກຍິງ.
