ຄອບຄົວນີ້ທຸກຍາກຂາດເຂີນຫລາຍ ຢູ່ ບ້ານ ປ້ອມ ເມືອງ ແບງແຂວງ ອຸດົມໄຊ ຢູ່ນຳກັນມີທັງຫມົດ 5 ຄົນ ລູກ3ຄົນ.

ຊີວິດການເປັນຢູ່ສຸດແສນລຳບາກ ມີບາງວັນລູກໆຂອງເຂົາບໍ່ໄດ້ກິນຫຍັງເລີຍ.ມື້ໃດມີຄົນແບ່ງໄຫ້ກໍ່ໄດ້ກິນ ມື້ໃດຜົວໄປຮັບຈ້າງໄດ້ກໍ່ໄດ້ກິນ. ທາງການຈັດຄັ້ງບ້ານເພິ່ນຄິດຢາກຈະແປງເຮືອນໃຫ້ເຂົາເຈົ້າໄຫມ່ພໍໄຫ້ລູກນ້ອຍໄດ້ນອນ ຫລົບແດດ ຫລົບຝົນ. ເພິ່ນຈຶ່ງໄດ້ ຂໍໃຫ້ຂ້າພະເຈົ້າຊ່ວຍດົມ ຂໍວັດຖຸປັດໃຈ ນຳທຸກໆ ຜູ້ທີ່ມີຈິດໃຈ ເມດຕາ .

ຊ່ວຍຊື້ສັງກະສີ ຈຳນວນ 20 ແຜ່ນ. ສ່ວນໄມ້ . ອຸປະກອນຕ່າງໆ ແລະ ແຮງງານ ໃນການປຸກສ້າງ ທາງບ້ານເພີ່ນຈະຊ່ວຍປະກອບ ແລະສາມັກຄີກັນເຮັດ.

ດັ່ງນັ້ນຂ້າພະເຈົ້າ ຈຶ່ງຄິດຢາກຈະຂໍຄວາມເມດຕານຳທຸກໆທ່ານປະກອບສ່ວນ ຜູ້ລະເລັກລະນ້ອຍ ເປັນເງິນຫລືອຸປະກອນຕ່າງໆກໍ່ດີ. ແລະ ຂໍຮັບບໍລິຈາກເຄື່ອງນຸ່ງຮົ່ມ ເດັກນ້ອຍ ຜູ້ໃຫຍ່ . ມຸ້ງ ຫມອນ. ຜ້າຫົ່ມ ແລະ ອື່ນໆ ທີ່ເກົ່າ ຫລືຂອງທີ່ທ່ານ ບໍ່ໄດ້ໄຊ້ແລ້ວ ເພື່ອນຳໄປບໍລິຈາກໄຫ້ແກ່ຄອບຄົວທຸກຍາກນີ້ຕໍ່ໄປ.

ຂໍຂອບໃຈ



