ເຈົ້າໜ້າທີ່ ປກສ ນວ ໄດ້ຮັບແຈ້ງໃນວັນທີ 30 ເມສາ 2021 ເວລາ 11ໂມງ 00ນາທີວ່າມີຄົນຕ່າງປະເທດ ເຊື້ອຊາດ-ສັນຊາດຈີນ ທີ່ຕິດພະຍາດໂຄວິດ ເຂົ້າປິ່ນປົວຕົວຢູ່ໂຮງໝໍເສດຖາ ຈໍານວນ 3 ຄົນ, ພາຍຫຼັງທີ່ໄປປິ່ນປົວຢູ່ນັ້ນ ພວກກ່ຽວທັງສາມແມ່ນບໍ່ປະຕິບັດຕາມມາດຕະການ ແລະ ລະບຽບຂອງໂຮງໝໍເຊັ່ນ: ບໍ່ກັກຕົວໃນຫ້ອງ, ໃຊ້ສຽງດັ່ງເກີນຂອບເຂດ, ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ນວ 2 ສະຫາຍມີ ຮອ ສຸກສະຫວັນ ພະຍາໄຊ ວິຊາການ ແລະ ຮທ ສີເມືອງ ສີຫາປັນຍາ ວິຊາການ ລົງກວດກາສຶກສາອົບຮົມກ່າວເຕືອນ ພ້ອມທັງເຮັດບົດບັນທຶກ ຖ້າຫາກບໍ່ປະຕິບັດຕາມມາດຕະການ ແລະ ລະບຽບຂອງໂຮງໝໍວາງອອກຈະຖືກດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍເຈົ້າໜ້າທີ່ທັງສອງສະຫາຍ ທີ່ມີຄວາມຕັດສິນໃນສູງ, ເດັດຂາດໃນການປະຕິບັດໜ້າທີ່, ຕັດສິນໃຈເຂົ້າສຶກສາອົບຮົມພວກກ່ຽວໃຫ້ຢູ່ໃນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ແລະ ປະຕິບັດມາດຕະການລະບຽບຂອງໂຮງໝໍວາງອອກ.
ຮຽກຮ້ອງມາຍັງຊາວ ນວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ນວ ຖ້າໄດຮັບການຮັກສາປິ່ນປົວໃຫ້ຕື່ນຕົວເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຄອບຄົວ ແລະ ຕົວທ່ານເອງ. ສະເໜີມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງປະຕິບັດພັນທະຊ່ວຍກັນ, ຖ້າເຫັນສະຖານທີ່ທຸລະກິດໃດຍັງລະເມີດ ແມ່ນໃຫ້ແຈ້ງມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ
ຢ່າລືມກົດ Like ແລະ Follow (See First) ເພຈ All in Laos. ທຸກກໍາລັງໃຈ ແລະ ການແຊ ຂອງທ່ານ ຈະຊ່ວຍໃຫ້ພວກເຮົາ ຊອກຂໍ້ມູນຂ່າວສານ ສາລະໜ້າຮູ້ ມາໃຫ້ທຸກທ່ານໄດ້ຮັບຊົມ ຮັບຟັງ.