ຜູ້ເສຍຊີວິດ ຍ້ອນໂຄວິດ ຢູ່ໄທເພີ່ມຂຶ້ນ ລັດຖະບານແຈ້ງໃຫ້ວັດຕ່າງໆຢ່າປະຕິເສດຈັດງານສົບໃຫ້ແກ່ຜູ້ເສຍຊີວິດ
admin
May 4, 2021
ຂ່າວທົ່ວໄປ
14 Views

ນັບແຕ່ຕົ້ນເດືອນເມສາແລ້ວນີ້ເປັນຕົ້ນມາ, ພະຍາດໂຄວິດ-19ໄດ້ແຜ່ລະບາດອີກຮອບຢູ່ໄທ, ມີ 4 ໝື່ນກວ່າຄົນໄດ້ຕິດເຊື້ອພະຍາດ, ຜູ້ເສຍຊີວິດຫລາຍກວ່າ 100 ກໍລະນີ, ກໍລະນີອາການໜັກ ແລະເສຍຊີວິດໄດ້ເພີ່ມຂຶ້ນຫລາຍ.ວັນທີ 2 ພຶດສະພານີ້ຕາມເວລາທ້ອງຖິ່ນ, ສຳນັກງານນາຍົກລັດຖະມົນຕີໄທໄດ້ອອກແຈ້ງການໃຫ້ແກ່ຫ້ອງວ່າການວຽກງານພຸດທະສາສະໜາແຫ່ງຊາດ, ໂດຍຮຽກຮ້ອງໃຫ້ວັດຢູ່ແຫ່ງຕ່າງໆທົ່ວປະເທດໃຫ້ການຮ່ວມມືໃນການຮັບສົບຂອງຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19, ບໍ່ປະຕິເສດຈັດງານຊາປະນາກິດສົບແກ່ຜູ້ເສຍຊີວິດ.ພ້ອມທັງກ່າວເນັ້ນວ່າ, ງານຊາປະນາກິດສົບຕ້ອງປະສານສົມທົບກັບພາກສ່ວນສາທາລະນະສຸກ ແລະປ້ອງກັນພະຍາດຂອງທ້ອງຖິ່ນ, ປະຕິບັດຕາມມາດຕະການປ້ອງກັນ ແລະຄວບຄຸມພະຍາດຢ່າງເຂັ້ມງວດ.ເພື່ອສະກັດກັ້ນບໍ່ໃຫ້ພະຍາດແຜ່ລະບາດໄປວົງກວ້າງຕື່ມອີກ, ງານຊາປະນາກິດສົບຕ້ອງສຳເລັດພາຍໃນມື້ດຽວ, ຜູ້ຮ່ວມງານຈຳກັດແຕ່ຄອບຄົວ ແລະຍາດຕິພີ່ນ້ອງ.ຜູ້ເສຍຊີວິດ ຍ້ອນໂຄວິດ ຢູ່ໄທເພີ່ມຂຶ້ນ ລັດຖະບານແຈ້ງໃຫ້ວັດຕ່າງໆຢ່າປະຕິເສດຈັດງານສົບໃຫ້ແກ່ຜູ້ເສຍຊີວິດ
Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%
ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ