ອົງການອາຫານໂລກ ມອບໂຄງການອາຫານໃນ ໂຮງຮຽນໃຫ້ແກ່ລາວ ຈຳນວນ 915 ແຫ່ງ
ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງກະສິກຳຂອງສະຫະລັດອາເມຣິກາ ໄດ້ມອບໂຄງການອາຫານໃນ ໂຮງຮຽນໃຫ້ແກ່ລັດຖະບານ ລາວ ພາຍຫຼັງທີ່ໄດ້ຮັບການຊ່ວຍເຫຼືອ ຈາກອົງການອາຫານໂລກເກືອບ 20 ປີ,
ຊຶ່ງໂຄງການດັ່ງກ່າວ ແມ່ນມີຈຳນວນໂຮງຮຽນ 915 ແຫ່ງ ໃນ 22 ເມືອງ ຂອງ 8 ແຂວງຂອງ ສປປ ລາວ ຄື: ແຂວງຫຼວງນ້ຳທາ, ຜົ້ງສາລີ, ຫຼວງພະບາງ, ອຸດົມໄຊ, ຄຳມ່ວນ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື
ໂດຍມີນັກຮຽນ ຊັ້ນປະຖົມທັງໝົດ 87,435 ຄົນ
