ກຽມເງິນກຽມຕົວໄປທ່ຽວ ຫິມະລົງແລ້ວ

ທີ່ຜ່ານມາເຮົາເຄີຍເຫັນແຕ່ຫິມະຢູ່ໃນໜັງ ໃນຂ່າວໃນຮູບຂອງຄົນອື່ນບໍເຄີຍໄດ້ໄປສຳຜັດດ້ວຍຕົວເອງຈັກເທື່ອ ແຕ່ຫຼັງຈາກເປີດນຳໃຊ້ເສັ້ນທາງລົດໄຟ ການຫຼິ້ນຫິມະຈະບໍໄກໄທເຮົາອີກແລ້ວ.

ເຫັນມີລາຍງານຈາກທາງປັກກິ່ງ ສປ ຈີນວ່າປີນີ້ຫິມະລົງແຕ່ເນີ້ນໆ ວັນທີ 6 ພະຈິກຜ່ານມາໄດ້ເຫັນຫິມະເປັນຄັ້ງທຳອິດຂອງປີນີ້ ຂະນະທີ່ປີຜ່ານໆມາແທ່ນຈະລົງປະມານທ້າຍໆເດືອນພະຈິກເປັນຕົ້ນໄປ.

ຕາມການແນະນຳຂອງຄົນທີ່ຄຸ້ນເຄີຍກັບພື້ນທີ່ບອກວ່າ ຖ້າຈະໄປທ່ຽວປັກກິ່ງສຳຜັດກັບຫິມະແມ່ນໄປຍາມນີ້ກໍ່ດີຄືກັນອາກາດບໍ່ໜາວປານໃດ ສຳລັນຄົນທີ່ຢູ່ເຂດຮ້ອນຄືເຮົາບໍ່ຄຸ້ນເຄີຍກັບອາກາດໜາວຈັດ.

ແຕ່ຖ້າຢາກທ້າທາຍກັບອາກາດໜາວ ແບບຫິມະເຕັມຫຼາຍວັນຈິ່ງລະລາຍແມ່ນປະມານເດືອງມັງກອນຈະງົດງາມຫຼາຍຈິ່ງເຊື່ອວ່າຫຼັງຈາກເປີດເສັ້ນທາງລົດໄຟແລ້ວ ການຈະໄປສຳຜັດບັນຍາກາດໃນເມືອງໜາວແຫ່ງຫິມະຈະບໍແມ່ນເລື່ອງຍາກອີກຕໍ່ໄປ

ແຕ່ຊ່ວງນີ້ຄືນຫຼັງຖ້າໄປກໍຈະໄດ້ເຊີຍຊົມກັບດອກໄມ້ຫຼາກຫຼາຍຊະນິດເປັນອີກບັນຍາກາດທີ່ໜ້າສົນໃຈ ເກັບພາບໄວ້ໃນຊີວິດນີ້.