ມື້ນີ້ແອັດມິນມີບົດຄວາມເລື່ອງຄວາມເຊື່ອມາຝາກທຸກຄົນ ເລື່ອງເລົ່າປະສົບການຈິງຈາກຜູ້ທີ່ເຮັດແລ້ວເກີດຜົນສຳລັບຄວາມເຊື່ອເລື່ອງກຳເກົ່າຫຼືເຈົ້າກຳນາຍເວນທີ່ຕິດຕາມຕົວເຮົານັ້ນ ເຊື່ອວ່າຫຼາຍຄົນມີຄວາມເຊື່ອກັບເລື່ອງນີ້ຢູ່ແລ້ວ ທ່ານເອງກໍ່ເຮັດດີ,ເຮັດບຸນ ແຕ່ເຮັດຫຍັງກໍ່ຈະຕິດຂັດບໍ່ຄ່ອຍລາບລື່ນປານໃດ ສ່ວນຕົວທ່ານທີ່ຮູ້ສຶກບໍ່ດີກໍ່ຈະໜັ້ນເຮັດບຸນກຸສົນ,ແຕ່ກໍ່ຍັງຮູ້ສຶກບໍ່ດີຂຶ້ນ ມື້ນີ້ມີອີກໜຶ່ງຢ່າງທີ່ເຮົາຄວນເຮັດພ້ອມກັບການເຮັດບຸນໄປພ້ອມນັ້ນຄືການສວດມົນແຕ່ຕ້ອງເປັນບົດນີ້ເທົ່ານັ້ນ

ຕັ້ງໃຈອ່ານໃຫ້ດີແພດຜ່າຕັດໂລກຫົວໃຈມີ1ເລື່ອງເລົ່າປະສົບການຂໍຂະມາເຈົ້າກຳນາຍເວນແລະບົດຂໍຂະມາອະໂຫສິກຳ ປົກກະຕິເປັນຄົນທີ່ສວດມົນໄຫວ້ພຣະກ່ອນນອນຈະທ່ອງສະເພາະບົດ “ນະໂມຕະສະ”ນົບ3ຄັ້ງແລ້ວນອນເລີຍ

ບົດອະທິຖານຂໍອະໂຫສິກຳກາຍະທຳມັງ ວະຈິທຳມັງ ມະໂນທຳມັງສັນຈິຈະທຳມັງ ອະສັນຈິຈະທຳມັງຂະມັນຕຸ ເມ ອະໂຫສິກຳມັງ ພະວະຕຸເມ

ກຳໃດໆບໍ່ວ່າຈະເປັນກາຍຍະກຳວາຈິກຳມະໂນກຳທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດໂດຍຕັ້ງໃຈກໍ່ດີບໍ່ຕັ້ງໃຈກໍ່ດີໃນພົບຊາດໃດກໍ່ຕາມຂໍໃຫ້ເຈົ້າກຳນາຍເວນທັງຫຼາຍໃຫ້ອາໄພ ໃຫ້ເປັນອະໂຫສິກຳໃຫ້ແກ່ຂ້າພະເຈົ້າຢ່າໄດ້ຈອງເວນກຳຕໍ່ກັນເລີຍ ກຳໃດໆທີ່ໃຜເຮັດໃຫ້ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງສິ້ນ ຂໍໃຫ້ດົນໃຈທັງເຂົາເຫຼົ່ານັ້ນກັບມີຄວາມເມຕາຄິດເປັນມິດກັບຂ້າພະເຈົ້າ ເພື່ອຈະບໍ່ໃຫ້ມີເວນກຳຕໍ່ກັນຕະຫຼອດໄປ ຂໍໃຫ້ຂ້າພະເຈົ້າພ້ອມດ້ວຍຄອບຄົວຕະຫຼອດເຖິງວົງຕະກູນຜູ້ມີພະຄຸນຂອງຂ້າພະເຈົ້າພົ້ນຈາກຄວາມທຸກຍາກລຳບາກ ຄວາມທຸກຢ່າໄດ້ມາໃກ້ຄວາມເຈັບໄຂ້ຢ່າໄດ້ມີ ຂໍໃຫ້ມີຄວາມສຸກຕະຫຼອດໄປ ສາທຸ…
