ສປປ.ລາວ🇱🇦 ສົ່ງມອບຜູ້ຮ້າຍຂ້າມແດນໃຫ້ ສປ.ຈີນ🇨🇳 ສ້າງຄະດີໃນຈີນແລ້ວຫລົບຫນີມາຊ້ອນຕົວໃນລາວ ແຕ່ຫນີບໍ່ພົ້ນກຳຂອງຕົວເອງທີ່ເຄີຍກໍ່ໄວ້.
ໃນວັນທີ12 ພະຈິກ 2021ທີ່ຜ່ານມາ ທາງພະແນກຕຳຫລວດສືບສວນ-ສອບສວນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວໃດ້ມີການມອບ-ຮັບຕົວຜູ້ຮ້າຍຂ້າມແດນ ຊື່ ທ້າວ ເມີງຊີງຮົວ ອາຍຸ 20ປີ ເຊີ່ງໄດ້ເຂົ້າຮ່ວມ
ຂະບວນການ 11 ຄົນເຄື່ອນໄຫວຂົ່ມຂູ່ ທຳຮ້າຍຮ່າງກາຍຜູ້ອື່ນດ້ວຍຮູບການໃຊ້ຄວາມຮຸນແຮງອາລະວາດຜູ້ອື່ນຊ້ຳແລ້ວຊ້ຳອີກຢູ່ເຂດ ເມືອງຊີນຫົວ ແຂວງຫົວໜານ ສປຈີນ ແຕ່ປີ 2016 ຕົກມາຮອດວັນທີ 21 ເມສາ 2019
ຜູ້ກ່ຽວໄດ້ໃຊ້ໜັງສືຜ່ານແດນEF8830414ໂດຍຜ່ານດ່ານສາກົນບໍ່ຫານ-ບໍ່ເຕ່ນ ແຂວງຫຼວງນ້ຳທາ ມາລີ້ຊ້ອນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ
ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງບໍ່ແກ້ວຈື່ງໄດ້ກັກຕົວຜູ້ກ່ຽວຢູ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ. ຕາມທິດຊີ້ນຳຂອງຄະນະພັກ- ຄະນະບັນຊາ ປກສ ແຂວງບໍ່ແກ້ວ ຈື່ງໄດ້ມອບໃຫ້ ຫ້ອງຕຳຫລວດປກສ ແຂວງ
– ອີງຕາມ ໃບກິດສຳພັນຂອງກົມຕຳຫຼວດສືບຂ່າວອາຍາ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 318/ກສຂ ລົງວັນທີ 28/10/2021
ມອບຜູ້ຕ້ອງຫາຄົນດັ່ງກ່າວຄືນໃຫ້ກັບ ສປຈີນ ທີ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຕາງໜ້າມອບໂດຍທ່ານ ພັທ ສົມລີ ວິໄລສານ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງບໍ່ແກ້ວ
ສປປລາວ ພ້ອມດ້ວຍຄະນະ ຕາງໜ້າຮັບໂດຍ ທ່ານ ພັຕ ຈາງລີງ ຈູນ ຕຳຫຼວດ ປກສ ເມືອງ ຫຼາ ກີງ ແຂວງ ສີບສອງພັນນາ ສປຈີນ ພ້ອມດ້ວຍຄະນະ
