ຈະບໍ່ມີການລະເວັ້ນເດັດຂາດ! ເຈົ້າໜ້າທີ່ອັບເດດຄວາມຄືບໜ້າການສືບສວນສວບສວນເພື່ອດຳເນີນຄະດີບຸກຄົນທີ່ເປັນຕົ້ນເຫດຂອງການແພ່ເຊື້ອໂຄວິ ດ ໃນລາວ.
ວັນທີ 5 ພຶດສະພາ 2021, ໃນການຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງໂຄວິດ-19 ຢູ່ ສປປ ລາວ ຂອງຄະນະສະເພາະກິດ, ທ່ານ ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຂ່າວກ່ຽວກັບຄວາມຄືບໜ້າໃນການສືບສວນສອບສວນບຸກຄົນ-ກຸ່ມຄົນທີ່ເປັນຕົ້ນເຫດຂອງການແພ່ເຊື້ອໂຄວິດ-19 ໃນ ສປປ ລາວຕັ້ງແຕ່ຕົ້ນເດືອນເມສາ 2021 ໂດຍຢໍ້າວ່າ ຈະບໍ່ມີການລະເວັ້ນເດັດຂາດຜູ້ທີ່ກະທຳຜິດດັ່ງກ່າວ ບໍ່ວ່າຈະເປັນບຸກຄົນໃດ, ຄົນລາວ ຫຼື ຄົນຕ່າງປະເທດກໍຕາມ.

ທ່ານ ພົນຕີ ຄຳກິ່ງ ກ່າວວ່າ ໃນຕົ້ນເດືອນເມສາ 2021 ໄດ້ມີບຸກຄົນ-ກຸ່ມຄົນຈຳນວນໜຶ່ງ ເຊິ່ງມີທັງຄົນລາວ, ຄົນຕ່າງປະເທດ ໄດ້ເຄື່ອນໄຫວລະເມີດລະບຽບກົດໝາຍ. ຈຳນວນໜຶ່ງລັກລອບເຂົ້າອອກຕາມຊາຍແດນ ສປປ ລາວ ກັບປະເທດໃກ້ຄຽງ ເຊິ່ງເປັນພື້ນທີ່ທີ່ມີການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ.

“ພ້ອມກັນນີ້ ກໍມີບາງບຸກຄົນພາຍໃນປະເທດຂາດສະຕິໃນການປະຕິບັດນະໂຍບາຍ-ມາດຕະການສະກັດກັ້ນທີ່ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນວາງອອກ ດ້ວຍການກະທຳຕ່າງໆເຊັ່ນ: ໃຫ້ການຊ່ວຍເຫຼືອ, ປົກປິດ ແລະ ຮ່ວມກັນກະທຳຜິດນຳເອົາເຊື້ອພະຍາດໄປແພ່ລະບາດໃນສະຖານທີ່ຊຸມຊົນເປັນຕົ້ນແມ່ນ ສະຖານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບໍລິການຕ່າງໆ ລວມທັງສະຖານທີ່ທ່ອງທ່ຽວອື່ນໆ ເຊິ່ງເປັນສາເຫດກໍ່ໃຫ້ເກີດການແພ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວເປັນວົງກວ້າງ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ,” ທ່ານ ພົນຕີ ຄຳກິ່ງ ກ່າວ.

ທ່ານກ່າວຕື່ມວ່າ ການກະທຳດັ່ງກ່າວນັ້ນສົ່ງຜົນກະທົບທັງທາງກົງ-ທາງອ້ອມຕໍ່ຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ສົ່ງຜົນກະທົບເຖິງການພັດທະນາເສດຖະກິດ-ສັງຄົມ ຕະຫຼອດຮອດການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ.
ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ຈຶ່ງຮູ້ໄດ້ວ່າ ກຸ່ມຄົນດັ່ງກ່າວມີອາຊີບເປັນກຳມະກອນ, ນັກຮຽນນັກສຶກສາ, ເຈົ້າໜ້າທີ່ຂອງລັດ, ໃນນັ້ນ ຈຳນວນໜຶ່ງກໍເປັນປະຊາຊົນຂອງລາວ ແລະ ຈຳນວນໜຶ່ງກໍເປັນຄົນຕ່າງປະເທດທີ່ເປັນປະເທດໃກ້ຄຽງມີຊາຍແດນຕິດຈອດກັນ.

ການກະທຳຂອງພວກກ່ຽວເປັນການລະເມີດຕໍ່ກົດໝາຍຂອງ ສປປ ລາວ ເປັນການກະທຳຜິດຕໍ່ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງແນ່ນອນທີ່ສຸດວ່າ ເປົ້າໝາຍດັ່ງກ່າວຈະຕ້ອງຖືກດຳເນີນຄະດີຕາມຂະບວນການຍຸຕິທຳ.
ໝາຍຄວາມວ່າ ອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ປະກອບສຳນວນຄະດີສັ່ງຟ້ອງສານ ແລະ ຕັດສິນລົງໂທດຕາມສະຖານຄວາມຜິດໜັກ ຫຼື ເບົາຂອງແຕ່ລະຄົນ. ສ່ວນກໍລະນີຄົນຕ່າງປະເທດ ກໍຕ້ອງດຳເນີນການຕາມກົນໄກສົ່ງໂຕຜູ້ຮ້າຍຂ້າມແດນຕາມສົນທິສັນຍາສອງຝ່າຍ.
ແຕ່ເນື່ອງຈາກປັດຈຸບັນ ການແພ່ລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາຍັງມີການຂະຫຍາຍຕົວຢູ່ ແລະ ກຸ່ມຄົນດັ່ງກ່າວຈຳນວນໜຶ່ງຢູ່ໃນໄລຍະຈຳກັດບໍລິເວນຢູ່ສູນ, ຈຳນວນໜຶ່ງກໍຍັງຮັບການປິ່ນປົວຢູ່ຕາມໂຮງໝໍຕ່າງໆ ສະນັ້ນຈຶ່ງບໍ່ສາມາດນຳຕົວມາສືບສວນສອບສວນຕາມຂັ້ນຕອນຂອງການດຳເນີນຄະດີໄດ້ຢ່າງເຕັມສ່ວນ. ເຖິງແມ່ນວ່າຈະມີຈຳນວນໜຶ່ງທີ່ປິ່ນປົວຫາຍດີແລ້ວ ແຕ່ຍັງຕ້ອງຕິດຕາມໄປຕໍ່ອີກໄລຍະໜຶ່ງຕາມມາດຕະການທີ່ວາງອອກ. ເມື່ອໃດພວກກ່ຽວທັງໝົດປິ່ນປົວຫາຍຂາດແລ້ວ, ເຈົ້າໜ້າທີ່ຈະສືບຕໍ່ນຳຕົວມາດຳເນີນຄະດີຕາມຂະບວນການຍຸຕິທຳ ຕາມສະຖານຄວາມຜິດໜັກ-ເບົາຂອງແຕ່ລະຄົນ ໂດຍຈະບໍ່ມີການລະເວັ້ນເດັດຂາດ ເຖິງວ່າກຸ່ມຄົນດັ່ງກ່າວຈະເປັນເຈົ້າໜ້າທີ່ລັດ, ເປັນກຳມະກອນ, ນັກສຶກສາ, ເປັນປະຊາຊົນທົ່ວໄປ ຈະແມ່ນຄົນລາວ ຫຼື ຄົນຕ່າງປະເທດ ກໍຕ້ອງປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ເພື່ອໃຫ້ຄວາມເປັນທຳແກ່ສັງຄົມ.”
ອ້າງອີງ: ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນທີ 5 ພຶດສະພາ 2021