ຊົມເຊີຍ ແຂວງອຸດົມໄຊ ປິ່ນປົວຜູ້ຕິເຊື້ຶອຫາຍຫາຍດີ 50 ຄົນ

ຄະ ນະ ແພດ ໂຮງໝໍ ແຂວງອຸດົມໄຊ ອະນຸຍາດ 50 ຄົນ ອອກຈາກສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫລັງຈາກໄດ້ມີການປິ່ນປົວຫາຍດີ.

ໃນນີ້ ມີ: ສູນປີ່ນປົວ ສະລອຍນ້ຳ ຈຳນວນ 15 ຄົນ, ຍິງ 6 ຄົນ ແລະ ສູນປີ່ນປົວ ໂຮງແຮມໄຊຊະນະ ຈຳນວນ 35 ຄົນ, ຍິງ 17 ຄົນ.ດັ່ງນັ້ນ ໂຮງໝໍແຂວງອຸດົມໄຊ ຈິ່ງໄດ້ຍັ້ງຢືນໃຫ້ອອກຈາກສູນສົ່ງກັບຄືນສູ່ຄອບຄົວ ແລະ ບ້ານ ພ້ອມທັງໄດ້ແນະນຳໃຫ້ສືບຕໍ່ກັກບໍລິເວນຕົນເອງໄປຕື່ມອີກ 7 ວັນ ຖ້າຫາກມີອາການທີ່ກ່ຽວຂ້ອງ ຫຼື ຄ້າຍຄືພະຍາດໂຄວິດ-19 ແມ່ນໃຫ້ຕິດຕໍ່ ຄະນະແພດ-ໝໍ ເພື່ອເກັບຕົວຢ່າງກວດວິເຄາະ ທີ່ສຳຄັນແມ່ນໃຫ້ປະຕິບັດຕາມຫຼັກການທີ່ ແພດ-ໝໍ ໄດ້ແນະນຳຢ່າງເຄັ່ງຂັດ ຖ້າບໍ່ມີອາການໃດໆ ຈິ່ງຄ່ອຍດຳເນີນຊີວິດແບບປົກກະຕິຮ່ວມກັບສັງຄົມ.
