ເຈົ້າຫນ້າທີ່ຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ຫລື ນຮຂ.(นรข.) ອຸບົນຣາດຊະທານີ ກວດຍືດລົດຍົນ 2 ຄັນ ພ້ອມກັບຊາວລາວ ແລະ ຜູ້ນຳພາ.
ຈາກການລາຍງານ ສື່ໄທ (ตระเวนข่าว) ເມື່ອກາງເດີກຂອງວັນທີ່ 18/11/21 ທີ່ຜ່ານມາ ທີ່ຊາຍແດນ ໄທ-ລາວ ແຄມຝັ່ງແມ່ນ້ຳຂອງ ອຳເພີເຂັມມະຣາດ (ເຂດຊາຍແດນ ເມືອງສອງຄອນ(ລາວ) ກັບ ອຳເພີເຂັມມະຣາດ(ໄທ) )
ເຈົ້າຫນ້າທີ່ທະຫານເຮືອຈາກຫນ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງເຂດອຸບົນຣາດຊະທານີ ໄດ້ສົນທິກຳລັງກັບທະຫານ ຕຳຫລວດແລະຝ່າຍປົກຄອງກວດຍືດລົດ 2 ຄັນ
ພ້ອມກັບຄົນຂັບລົດ ແລະ ແຮງງານຕ່າງດ້າວຊາວລາວຢູ່ໃນລົດ 8 ຄົນ ຂະນະທີ່ກຳລັງຈະເດີນທາງເຂົ້າໄປເຮັດວຽກໃນພື້ນທີ່ ກຣຸງເທບມະຫານະຄອນ ແລະ ເຂດປະລິມົນທົນ
ແຕ່ມາຖືກເຈົ້າຫນ້າທີ່ຈັບໄດ້ເສຍກ່ອນ ເຈົ້າຫນ້າທີ່ໄດ້ນຳຕົວທັງຫມົດເພື່ອໄປດຳເນີນຕາມກົດຫມາຍຕໍ່ໄປ.
