Breaking News

ລາວຖືກຈັດເປັນໜຶ່ງໃນປະເທດທີ່ຮັ່ງມີດ້ານຊັບພະຍາກອນທຳມະຊາດຫຼາຍທີ່ສຸດໃນອາຊີ

ລາວຖືກຈັດເປັນໜຶ່ງໃນປະເທດທີ່ຮັ່ງມີດ້ານຊັບພະຍາກອນທຳມະຊາດຫຼາຍທີ່ສຸດໃນອາຊີ

ສປປ ລາວເຮົານັບວ່າເປັນປະເທດທີ່ອຸດົມສົມບູນທັງຊັບໃນດິນສິນໃນນ້ຳ ໃນນັ້ນບໍ່ແຮ່ແມ່ນເປັນທີ່ສົນໃຈຫຼາຍສຳລັບບັນດານັກລົງທຶນ ທັງເປັນຂະແໜງການທີ່ສ້າງລາຍຮັບຫຼາຍແກ່ປະເທດຊາດ ໃນຫຼາຍປີຜ່ານມາເຖິງປະຈຸບັນກໍ່ຍັງຢູ່ແຖວໜ້າຂອງແຫຼ່ງລາຍຮັບລວມ.

ສປປ ລາວ ໄດ້ຮັບການຈັດອັນດັບໃຫ້ເປັນໜຶ່ງໃນປະເທດທີ່ຮັ່ງມີດ້ານຊັບພະຍາກອນທຳມະຊາດຫຼາຍທີ່ສຸດໃນອາຊີ ເຊິ່ງມີການລະບຸແຫຼ່ງແຮ່ທາດກວ່າ 570 ຊະນິດ ລວມທັງ ຄຳ, ທອງແດງ, ສັງກະສີ, ເຫຼັກ, ໂພແທັດຊຽມ, ຫີນປູນ, ກົ່ວ, ຊືນ ແລະອື່ນໆ.

ສປປ ລາວ ຄາດວ່າຈະມີລາຍໄດ້ຈາກການຂາຍແຮ່ພາຍໃນປະເທດ ແລະ ເພື່ອການສົ່ງອອກໃນຊ່ວງສາມເດືອນທ້າຍປີ 2021 ປະມານ 463 ລ້ານໂດລາສະຫະລັດ

ຂະນະທີ່ໃນຊ່ວງ 9 ເດືອນຂອງປີນີ້, ລາວມີລາຍໄດ້ຈາກການຂາຍແຮ່ 1.464 ຕື້ໂດລາສະຫະລັດ.

ອີງຕາມການລາຍງານຂອງແຫຼ່ງຂ່າວ Xinhua: ມູນຄ່າການຂາຍແຮ່ທາດໃນລາວສຳລັບປີນີ້ ຄາດວ່າຈະສູງກວ່າເປົ້າໝາຍ 15,04% ຂະນະທີ່ມູນຄ່າແຮ່ທາດທີ່ຜະລິດໄດ້ໃນ 9 ເດືອນຂອງປີ ແມ່ນ 12,601 ຕື້ກີບ (11 ຕື້ໂດລາສະຫະລັດ) ຫຼື ປະມານ 91,21%

ເຊິ່ງປັດຈຸບັນມີ 124 ບໍລິສັດກຳລັງດຳເນີນງານໃນ 209 ໂຄງການທົ່ວປະເທດ ສຳລັບການສຳຫຼວດ ແລະ ແປຮູບແຮ່ທາດ ລວມເຖິງການສຶກສາຄວາມເປັນໄປໄດ້ໃນການດຳເນີນການຂຸດຄົ້ນ ໃນນັ້ນ, ມີ 14 ບໍລິສັດກຳລັງກໍ່ສ້າງໂຮງງານ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.