ຊາວ ອອສເຕເລຍ ຄົນໃດຫາກປະຕິເສດທີ່ຈະສັກ ວັກຊີນປ້ອງກັນໂຄວິດ-19 ຈະຖືກປັບໃໝເປັນເງິນ ສູງເຖິງ ປະມານ 4.000 USD ຫຼື ເກືອບ 44,000,000ກີບ. ຊຶ່ງ ຄຳສັ່ງດັ່ງກ່າວຈະມີຜົນສັກສິດໃນການຈັດຕັ້ງ ປະຕິບັດເລີ່ມໃນປີໜ້ານີ້.
ສຳນັກຂ່າວ Bloomberg ໃຫ້ຮູ້ວ່າ ຄຳສັ່ງດັ່ງກ່າວ ເປັນຄໍາສັ່ງທີ່ເດັດຂາດຂອງລັດຖະບານ ອອສເຕ ເລຍ ເພື່ອແນໃສ່ຊຸກຍູ້ການສັກວັກຊີນປ້ອງກັນໂຄ ວິດ-19 ໃນທ່າມກາງມີຜູ້ຕິດເຊື້ອພາຍໃນປະເທດ ນັບມື້ເພີ່ມສູງຂຶ້ນ
ຈົນລັດຖະບານໄດ້ປະກາດປິດ ເມືອງອີກຄັ້ງໃນວັນທີ 22 ພະຈິກທີ່ຜ່ານມາ.ກ່ອນອື່ນໝົດເຈົ້າໜ້າທີ່ຈະມີແຜນສັກໃຫ້ກັບຜູ້ທີ່ບໍ່ ທັນໄດ້ຮັບວັກຊິນກ່ອນ ຖ້າຜູ້ໃດຫາກປະຕິເສດບໍ່ ສັກກໍຈະຖືກປັບໃໝ ແລະ ຜູ້ທີ່ປະຕິເສດສັກເຂັມ ກະຕຸ້ນ ກໍຈະຖືກປັບໃໝ 1.700 ໂດລາເຊັ່ນ ດຽວກັນ.
ເປັນອັນວ່າ ອອສເຕເລຍ ເປັນປະເທດທຳອິດໃນ ເອີຣົບ ທີ່ມີຄໍາສັ່ງໃຫ້ປະຊາຊົນສັກວັກຊີນປ້ອງກັນ ໂຄວິດ-19 ແບບບຫງຄັບ ທີ່ຈະເລີ່ມແຕ່ເດືອນກຸມພາປີໜ້າເປັນຕົ້ນໄປ ໂດຍປະເທດນີ້ມີ ປະຊາກອນສັກວັກຊີນຕໍ່າທີ່ສຸດໃນເອີຣົບ, ໄດ້ພຽງ ແຕ່ 66%ສຳນັກຂ່າວ
ຣອຍເຕີ ໃຫ້ຮູ້ວ່າ ອອສເຕເລຍ ເປັນ ປະເທດທໍາອິດໃນເອີຣົບ ທີ່ປະກາດປິດເມືອງທີ່ ເຂັ້ມງວດ ແລະ ເດັດຂາດ ເພື່ອຮັບມືກັບກັບການ ຕິດເຊື້ອສາຍພັນໃໝ່ທີ່ເພີ່ມຂຶ້ນ. ກ່ອນໜ້ານີ້, ມີ ບາງປະເທດໃນເອີຣົບ
ກໍມີການປະກາດປິດເມືອງ ຫຼາຍຄັ້ງເຊັ່ນດຽວກັນ ເປັນຕົ້ນແມ່ນປະເທດ ເນເທິ ແລນ ແຕ່ບໍ່ເຄັ່ງຕຶງຄືກັນກັບປະເທດ ອອສເຕເລຍ ໃນຂະນະນີ້.