ລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ, ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ໃນວັນທີ 26/11/2021 ເລີ່ມ ແຕ່ເວລາ 7ໂມງ 30ນາທີ ຫາ ເວລາ 17ໂມງ30ນາທີ ຈະໄດ້ມອດໄຟ: Feeder2,Feeder4,Feeder5,Feeder6 ໃຫ້ ບໍລິສັດຈິ່ງໂຈ ຈໍາກັດ
ເພື່ອຈະໄດ້ມີການສອ້ມແປງເຊື່ອມຕາຂ່າຍແຮງກາງຂອງ ຟຟລ ເຂົ້າກັບຕາຂ່າຍແຮງກາງໄປຮັບໃຊ້ ສະຖານີລົດໄຟເມືອງວັງວຽງ , ເຊື່ອມຕາຂ່າຍແຮງກາງຂອງFeedera Feeder5 ເຂົ້າກັນ
ພອ້ມທັງກວດເຊັກລະບົບ ແລະ ຕັ້ງຄ່າເຄື່ອງອຸປະກອນໄຟຟ້າ ຢູ່ສະຖານີໄຟຟ້າວັງວຽງ ເມືອງວັງວຽງ ແຂວງວຽງຈັນ. # ເຂດບໍ່ມີໄຟຊົມໃຊ້: ຫມົດເມືອງວັງວຽງ, ເມື່ອງອານຸວົງ,ເມື່ອງລອ້ງແຈ້ງ.
ດັ່ງນັ້ນ,ຈື່ງແຈ້ງມາຍັງທ່ານຜູ້ຊົມໃຊ້ໄຟຟ້າຮັບຊາບ ເພື່ອຫາວິທີກະກຽມ ສິ່ງທົດແທນໄຟຟ້າໄວ້ລ່ວງຫນ້າຢ່າງ ທົ່ວເຖີງກັນ ຂໍອະໄພທີ່ສ້າງຄວາມບໍ່ສະດວກໃຫ້ກັບທ່ານມານະໂອກາດນີ້ດວ້ຍ.
ຫມາຍເຫດ: ຖ້າເຮັດວຽກແລ້ວກ່ອນກໍານົດທີ່ລະບຸໄວ້ຂ້າງເທິງຈະສົ່ງໄຟເຂົ້າສູ່ລະບົບໄຟຟ້າປົກກະຕິ ແລະຖ້າມີຝົນຕົກ ພວກເຮົາບໍ່ໄດ້ເຮັດວຽກຈະເລື່ອນເວລາໄປບໍ່ໄດ້ກໍານົດອິງຕາມສະພາບຕົວຈິງ.
