Breaking News

ນາຍົກລັດຖະມົນຕີ ປະດັບຊັ້ນ ພົນເອກໃຫ້ນາຍຕຳຫລວດ ຄົນທຳອິດຂອງ ສປປ ລາວ

ໃນຕອນເຊົ້າວັນທີ 25.11.2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ

ໄດ້ເປັນກຽດປະດັບຊັ້ນພົນເອກ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປກສ ແລະປະດັບຊັ້ນພົນໂທ ໃຫ້ແກ່ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ

ເຊິ່ງການປະດັບຊັ້ນພົນເອກຄັ້ງນີ້ຖືເປັນການປະດັບຊັ້ນພົນເອກ ຄົນທຳອິດຂອງກຳລັງ ປກສ ຂອງປະເທດ ແລະຊັ້ນພົນໂທທີ່ປະດັບໃຫ້ແກ່ທ່ານ ກົງທອງ ພົງວິຈິດ

ກໍຖືເປັນຊັ້ນພົນໂທຄົນທຳອິດຂອງກຳລັງ ປກສ ເພາະເນື່ອງຈາກວ່າຊັ້ນພົນໂທຂອງທ່ານ ວິໄລ ຫລ້າຄຳຟອງ ແມ່ນໄດ້ຖືກປະດັບຕັ້ງແຕ່ສະໄໝທ່ານເປັນການນຳຢູ່ຂົງເຂດ ປກຊ.

ພວກເຮົາທຸກຄົນ ສື່ອອນລາຍ ຂໍສະແດງຄວາມຍິນດີກັບການນຳຂັ້ນສູງຂອງກຳລັງ ປກສ

ກໍຄືການນຳຂອງຊາດທັງສອງທ່ານ ທີ່ຈະໄດ້ສືບຕໍ່ຊີ້ນຳນຳພາ ກຳລັງ ປກສ ໃນການຮັກສາຄວາມສະຫງົບສຸກໃຫ້ແກ່ປະເທດຊາດກໍຄືປະຊາຊົນລາວບັນດາເຜົ່າ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.