Breaking News

ບົດສະຫຼຸບ “ຍົກຍ້າຍອອກຈາກດິນບ້ານໂພນສີນວນ”​ ແອດຄັດມາຈາກການຖະແຫຼງການຂອງ ທ່ານ ທອງສັນ ແກ້ວປະເສີດ

ບົດສະຫຼຸບ “ຍົກຍ້າຍອອກຈາກດິນບ້ານໂພນສີນວນ”ແອດຄັດມາຈາກການຖະແຫຼງການຂອງ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າພະແນກຍຸດຕິທ ນະຄອນຫຼວງວຽງຈັນທີ່ດິນຕອນນີ້ເປັນກຳມະສິດຂອງ ທ. ເຕັງ ຜູ້ເປັນພໍ່ ນາງ ວິໄລທອງ (ໂຈດ) ຕາມໃບຕາດິນສະບັບເລກທີ 166 ລົງວັນທີ 22 ມັງກອນ 1968

ຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກະຊວງກະສິກຳ ແລະ ປ່າໄມ້ “ໄດ້ເຊົ່າ” ໃຫ້ພະນັກງານໄດ້ຕັ້ງທີ່ພັກອາໃສ

ປີ 1983 ທ. ເຕັງ ໄດ້ແຈ້ງກຳມະສິດທີ່ດິນ ແລະ ເຮືອນ ຕາມໃບແຈ້ງທີ່ດິນ ແລະ ເຮືອນສະບັບເລກທີ່ 62/63/64/65/66 ແລະ 67 ລົງວັນທີ 2 ກັນຍາ 1983

ປີ 1987 ພາຍຫຼັງ ທ. ເຕັງ ໄດ້ເສຍຊີວິດ ໄດ້ມີການແບ່ງມູນໃຫ້ກັບເຄື່ອຍາດ ແລະ ນ. ວິໄລທອງ ໄດ້ຮັບກຳມະສິດທີ່ດິນຕອນນີ້ (ນັບວ່າເປັນມໍລະດົກສືບທອດ) ຕາມໃບຕາດິນສະບັບເລກທີ 434 ລົງວັນທີ 19 ທັນວາ 2002

ຕໍ່ມາທາງກະຊິກຳປ່າໄມ້ ໄດ້ຂາດແຄນທາງດ້ານງົບປະມານໃນການຈ່າຍຄ່າເຊົ່າ ແລະ ມອບໃຫ້ຜູ້ທີ່ພັກອາໃສຈ່າຍເອງ ຕາມໃບສັນຍາສະບັບເລກທີ 04 ລົງວັນທີ 13 ມັງກອນ 1987 (ຊຶ່ງມາບາງຄອບຄົວຈ່າຍ ແລະ ບໍ່ຈ່າຍ)

ຮອດປີ 1995 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການສະບັບເລກທີ 968 ລົງວັນທີ 22 ສິງຫາ 1995 ໃຫ້ພະນັກງານ ແລະ ຜູ້ທີ່ຢູ່ອາໃສດິນຕອນນີ້ພາກັຍຍົກຍ້າຍອອກ

ຮອດປີ 1995 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການສະບັບເລກທີ 968 ລົງວັນທີ 22 ສິງຫາ 1995 ໃຫ້ພະນັກງານ ແລະ ຜູ້ທີ່ຢູ່ອາໃສດິນຕອນນີ້ພາກັຍຍົກຍ້າຍອອກ

ຕໍ່ມາ ນ. ວິໄລທອງ ເຫັນວ່າບໍ່ມີການຍົກຍ້າຍເຄື່ອນໄຫວໃນທີ່ດິນ ຈຶ່ງໄດ້ຂຽນໃບຄຳຮ້ອງຕໍ່ສານ

ສານໄດ້ພິຈາລະນາຕາມຂໍ້ມູນຫຼັກຖານ ແລະ ໃຫ້ຄຳຕັດສິນ ສະບັບເລກທີ 27 ລົງວັນທີ 12 ປີ 2004 ຕາມຄຳຕັດສິນໄດ້ວ່າ ຄຳຮ້ອງຂອງ ນ. ວິໄລທອງ (ໂຈດ) ມີເຫດຜົນພຽງພໍ) ແລະ ໃຫ້ຜູ້ຢູ່ອາໃສ (ຈຳເລີຍ) ຍົກຍ້າຍອອກ ພ້ອມກັບມ້າງທີ່ຢູ່ອາໃສຂອງຕົນອອກຕາມຄວາມສາມາດ

ຕໍ່ມາຜູ້ຢູ່ອາໃສບໍ່ພໍໃຈກັບຄຳຕັດສິນຈຶ່ງໄດ້ຂໍອຸທອນຫາສານຂັ້ນອຸທອນໄດ້ພິພາກສາສະບັບເລກທີ 22 ລົງວັນທີ 6 ມີນາ 2007 ບອກວ່າພິພາກສາຢັ້ນຢືນຕາມຄຳພິພາກສາຂອງສານຕັດສິນທຸກຂໍ້ຄວາມ

ຕໍ່ມາທາງຝ່າຍຈຳເລີຍຍັງບໍ່ພໍໃຈກັບການຕັດສິນຈຶ່ງໄດ້ຂໍລົບລ້າງໄປສານປະຊາຊົນສູງສຸດເພື່ອພິຈາລະນາ

ຕໍ່ມາກໍ່ເປັນການລົມກັນແກ້ໄຂໄກ່ເກຍກັນ ຊຶ່ງຝ່າຍຈຳເລີຍໄດ້ຮຽກຮ້ອງ ສະເໜີຕໍ່ພະນັກງານປະຕິບັດຄຳຕັດສິນຂອງສານ ຂໍຄ່າຊົດເຊີຍໃນເບື້ອງຕົ້ນຄອບຄົວລະ 1 ລ້ານບາດ ຝ່າຍໂຈດຕໍ່ຮອງດ້ວຍການຊົດເຊີຍໃຫ້ຄອບຄົວລະ 2 ແສນບາດ ຫຼື ປ່ຽນເປັນທີ່ດິນຕອນໃໝ່ (ປະມານວ່າເອາເງິນ ຫຼື ເອົາດິນໃຫ້ເລືອກຢ່າງໃດຢ່າງໜຶ່ງ)

ທາງຈຳເລີຍບໍ່ຍອມຮັບຂໍ້ສະເໜີ ແລະ ຂຽນຄຳຮ້ອງທຸກຂຶ້ນໄປຫາກຳມາທິການສະພາແຫ່ງຊາດ ເຖິງລັດຖະມົນຕີກະຊວງຍຸດຕິທຳ

ທາງກຳມາທິການກະຊວງຍຸດຕິທຳສະພາແຫ່ງຊາດ ກໍ່ໄດ້ເອີ້ນທັງສອງຝ່າຍມາໂອ້ລົມຫາງທາງອອກນຳກັນຫຼາຍຄັ້ງ ແຕ່ກໍ່ບໍ່ສາມາດຕົກລົງກັນໄດ້.

ເມື່ອເຫັນວ່າທັງສອງຝ່າຍບໍ່ສາມາດຕົກລົງກັນໄດ້ ທາງກຳມາທິການກະຊວງຍຸດຕິທຳສະພາແຫ່ງຊາດ ໃຫ້ປະຕິບັດຕາມຄຳສັ່ງການຕັດສິນຂອງສານໃຫ້ຖືກຕາມກົດໝາຍ ແລະ ລະບຽບການ

ທາງຝ່າຍຈຳເລີຍກໍ່ຍັງບໍ່ຍອມຮັບ ແລະ ຂຽນຄຳຮ້ອງ ຂໍຮ້ອງທຸກ ຫາອົງການໄອຍະການປະຊາຊົນສູງສຸດ ອອກຄຳຕົກລົງບໍ່ຮື້ຟື້ນຄະດີ ສະບັບເລກທີ 027 ລົງວັນທີ 23 ມັງກອນ 2020 ແລະ ສະບັບເລກທີ 19 ລົງວັນທີ 16 ກຸມພາ 2021

ຝ່າຍຈຳເລີຍຍງັໄດ້ຂຽນຄຳຮ້ອງຂຶ້ນກະຊວງຍຸດຕິທຳ ກົມຄຸ້ມຄອງກະຊວງຍຸດຕິທຳໄດ້ອອກແຈ້ງການຕອບຄຳຮ້ອງຂອງຝ່າຍຈຳເລີຍວ່າບໍ່ສາມາດພິຈາລະນາຕາມຄຳຮ້ອງຂໍໄດ້ (ບໍ່ມີເຫດຜົນພຽງພໍ ແລະ ໃຫ້ໂຈະການຈັດຕັ້ງປະຕິບັດທີ່ໄດ້ກຳໜົດໄວ້)

ຕໍ່ກັບບັນຫາທີ່ເກີດຂຶ້ນທາງຈຶ່ງໄດ້ມີການປະຊຸມຈາກທາງຄະນະກະຊວງຍຸດຕິທຳ 3 ຄັ້ງເພື່ອການແກ້ໄຂບັນຫາຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ

ຜ່ານການປະຊຸມທຸກພາກສ່ວນຕ່າງເຫັນດີ ແລະ ເອກະພາບກັນໃນການຈັດຕັ້ງປະຕິບັດຕໍ່ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ

ຜ່ານມາທາງການຈັດຕັ້ງກໍ່ໄດ້ສຶກສາອົບຮົມກັບຜູ້ກ່ຽວຫຼາຍຄັ້ງ ແຕ່ຜົນອອກມາແມ່ນບໍ່ເຫັນດີ ບໍ່ຍົກຍອມຍົກຍ້າຍອອກຕາມຄຳພິພາກສາຂອງສານ

ແລະ ກໍ່ເກີດເຫດການໃນວັນທີ 24 ພະຈິກ 2021 ທີ່ເກີດຂຶ້ນຕາມສື່ໂຊຊຽວມີເດຍ

ສຳຫຼັບເຫດການນີ້ ແອດກໍ່ຂໍເປັນໂພສສຸດທ້າຍທີ່ຈະລາຍງານ

ຄລິບຖະແຫຼງການ 👇👇👇

ທີ່ມາຈາກ

https://www.facebook.com/PoliceVTE/videos/352376706662028/

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.