ຂ່າວດີ ! ສໍານັກຂ່າວ ຊິນຫົວ ຂອງ ສປ ຈີນ
ລາຍງານໃຫ້ຊາບວ່າ ໃນວັນທີ 24/11/2021 ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮັບຮອງເອົາ 3 ປະເທດ ໃຫ້ຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ ຊຶ່ງລວມມີ ປະເທດ ສປປ ລາວ 🇱🇦 , ບັງກະລາເທດ 🇧🇩 ແລະ ເນປານ 🇳🇵
ໃນມະຕິ, ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຕັດສິນໃຈ ຈັດສາມປະເທດ ບົນພື້ນຖານທີ່ພິເສດ, ໂດຍໃຫ້ມີໄລຍະກະກຽມ ເປັນເວລາ 5 ປີ (ປົກກະຕິ 3 ປີ)
ເພື່ອກ້າວອອກຈາກສະຖານະ ປະເທດດ້ອຍພັດທະນາ ໂດຍສະເພາະ ແມ່ນການຟື້ນຟູ ແລະ ຜັນຂະຫຍາຍ ບັນດາຍຸດທະສາດ ເພື່ອຕອບໂຕ້ ຜົນກະທົບອັນໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19.

ລາຍລະອຽດເພີ່ມຕື່ມ ທ່ານສາມາດອ່ານໄດ້ ຕາມລິ້ງຂ້າງລຸ່ມນີ້
http://t.m.china.org.cn/convert/c_Qm9iS877.html