(ລົດໄຟລາວ-ຈີນ)ໜຶ່ງແລວໜຶ່ງເສັ້ນທາງ ແລະລົດໄຟລາວ-ຈີນຈະປະກອບສ່ວນສຳຄັນທີ່ສຸດຕໍ່ການລົບລ້າງຄວາມທຸກຍາກຂອງລາວ
25 ພະຈິກ 2021, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ໃຫ້ສໍາພາດກ່ຽວກັບເສັ້ນທາງລົດໄຟລາວ-ຈີນທີ່ຈະເປີດໃນໄວໆນີ້,ໂດຍມີຄໍາເຫັນວ່າ: ສປປ ລາວເປັນປະເທດດຽວ ທີ່ບໍ່ມີຊາຍແດນຕິດກັບທະເລໃນພາກພື້ນອາຊຽນ ແລະເຮັດໃຫ້ການຄ້າກັບຕ່າງປະເທດພົບຄວາມຫຍຸ້ງຍາກຫຼາຍ.
ທ່ານ ວຽງສະຫວັດ ສີພັນດອນ ກ່າວຕື່ມວ່າ:ອີງໃສ່ເງື່ອນໄຂສະພາບພູມມີປະເທດຂອງລາວ, ລັດຖະບານຈິ່ງໄດ້ວາງຍຸດທະສາດໃຫ້ ສປປ ລາວ ຈາກປະເທດ Land Lock ໃຫ້ກາຍເປັນປະເທດ Land Link, ດ້ວຍການເຊື່ອມໂຍງກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ຂອງ ສປ ຈີນ.
ສະນັ້ນ, ເສັ້ນທາງລົດໄຟລາວ-ຈີນ ຈິ່ງກາຍເປັນໂຄງການທຳອິດແຫ່ງສັນຍາລັກທີ່ເຊື່ອມຕໍ່ຍຸດທະສາດຂອງສອງປະເທດລາວ-ຈີນ ດ້ວຍຜົນສຳເລັດ, ພາຍຫຼັງທີ່ລາວຄອງຄອຍມາເປັນເວລາດົນນານ.
ກ່ອນອື່ນໝົດ, ເສັ້ນທາງລົດໄຟລາວ-ຈີນ ຈະສ້າງເງື່ອນໄຂທີ່ອຳນວຍຄວາມສະດວກທີ່ສຸດໃຫ້ສປປ ລາວ ສາມາດຄ້າຂາຍກັບຈີນ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ,ສາມາດຊຸກຍູ້ການພັດທະນາເສດຖະກິດ.
ອັນທີສອງ, ເສັ້ນທາງລົດໄຟລາວ-ຈີນ ສາມາດເຊື່ອມຕໍ່ກັບພາກພື້ນກໍຄືຂອງໂລກໃນອະນາຄົດ, ໂດຍຜ່ານເສັ້ນທາງລົດໄຟຈີນ-ໄທ, ເສັ້ນທາງລົດໄຟອາຊີ, ເຮັດໃຫ້ລາວສາມາດເຊື່ອມຕໍ່ກັບຕົວເມືອງທ່າກ່ຳປັ່ນໄດ້ ແລະຈະສ້າງໂອກາດຫາວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຫຼາຍຂຶ້ນ,
ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ, ມີຕະຫຼາດການຄ້າທີ່ໃຫຍ່ກວ່າເກົ່າ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການຄ້າເສດຖະກິດລະຫວ່າງ ສປປ ລາວກັບບັນດາປະເທດອ້ອມຂ້າງ ແລະປະເທດທີ່ລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ”, ເຮັດໃຫ້ເສດຖະກິດພາກພື້ນພັດທະນາຢ່າງວ່ອງໄວ.
ທ່ານລັດຖະມົນຕີຍັງໄດ້ຕີລາຄາສູງຕໍ່ໂຄງການຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ ”ຂອງ ສປ ຈີນ ແລະໂຄງການລົດໄຟ ລາວ-ຈີນວ່າ;ໂຄງການດັ່ງກ່າວຈະກາຍເປັນສວ່ນປະກອບສຳຄັນທີ່ສຸດທີ່ຈະເຮັດໃຫ້ປະເທດລາວສາມາດລົບລ້າງຄວາມທຸກຍາກໄດ້ຕາມແຜນການທີ່ລັດຖະບານລາວໄດ້ກຳນົດໄວ້ຢ່າງແນ່ນອນ.
#ລົດໄຟລາວຈີນ