ໃນວັນທີ 22 ພະຈິກ 2021 ກໍາລັງກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ
ໄດ້ເຂົ້າຄຸມຕົວ ທ້າວ ສຸລິເດດ ອາຍຸ 31 ປີ ຢູ່ໂຮງໝໍພາກສະໜາມດົງໂດກ ທີ່ຜູ້ກ່ຽວໄດ້ເຂົ້າໄປປິ່ນປົວ ແລະ ໄດ້ສ້າງຄວາມບໍ່ສະຫງົບຢູ່ ເຊິ່ງຜູ້ກ່ຽວໄດ້ລະເມີດຂໍ້ ຫ້ າ ມຂອງໂຮງໝໍທີ່ໄດ້ກໍານົດໄວ້.
ພັທ ພອນທິບ ພັນທະວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ ຜູ້ກ່ຽວໄດ້ເຂົ້າໄປປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11 ພະຈິກ 2021 ພໍຮອດວັນທີ 21 ພະຈິກ
ກໍໄດ້ສ້າງຄວາມບໍ່ສະຫງົບ ໂດຍການນໍາເອົາເຄື່ອງດື່ມທີ່ມີ ທ າ ດ ເ ຫຼົ້ າ ເຂົ້າໄປດື່ມຢູ່ໃນໂຮງໝໍ, ຫຼິ້ນການ ພ ະ ນັ ນ (ໄພ້) ນອກຈາກນີ້ ຍັງ ອ າ ລ ະວາດ ແລະ ພະຍາຍາມ ທໍ າ ຮ້ າ ຍ ຮ່ າ ງ ກາຍ ພະນັກງານ ທີ່ປະຈໍາຢູ່ໂຮງໝໍດັ່ງກ່າວ ປັດຈຸບັນ ໄດ້ນໍາຕົວຜູ້ກ່ຽວໄປໂຮງໝໍພາກສະໜາມຫຼັກ 27.
ກອງບັນຊາການ ປກສ ນວ ຂໍສະແດງຄວາມຊົມເຊີຍຕໍ່ກໍາລັງ ປ້ອງກັນເຄື່ອນທີ່ ນວ ໃນການລົງແກ້ໄຂເຫດການຄັ້ງນີ້ ເຖິງວ່າຈະມີຄວາມສ່ຽງໃນການຕິດເຊື້ອໂຄວິດກໍ່ຕາມ ນອກຈາກນີ້
ຂໍຮຽກຮ້ອງມາຍັງຜູ້ທີ່ກັກກັນຢູ່ບັນດາສູນຕ່າງໆ ແລະ ຜູ້ທີ່ກໍາລັງປິ່ນປົວຢູ່ໂຮງໝໍ ໃຫ້ເອົາໃຈໃສ່ປະຕິບັດມາດຕະການ ທີ່ສູນ ແລະ ໂຮງໝໍວາງອອກ ຢ່າງເຂັ້ມງວດ ເພື່ອພ້ອມກັນຢັບຢັ້ງ ແລະ ປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດອອກເປັນວົງກວ້າງ.