Breaking News

ຢ່າປະໝາດເດີ້..!!ມື້ດຽວເສຍຊີວິດ +7 ກໍລະນີ ຈາກໂຄວິດ -19 (ວັນທີ 27/11/2021)

ອັບເດດ ລາຍລະອຽດ ຜູ້ເສຍຊີວິດ ຈາກໂຄວິດ ມື້ນີ້1. ເພດຊາຍ, ອາຍຸ 59 ປີ, ບ້ານນາກໍາ, ເມືອງໂພນໂຮງ, ແຂວງວຽງຈັນ– ບໍ່ມີພະຍາດປະຈຳໂຕ– ໄດ້ສັກຢາວັກຊີນຄົບ– ເວລາ 22:15 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບບໍ່ໄດ້ສະຕິ ຫຼັງຈາກລົ້ມຢູ່ບ້ານ, ຄອບຄົວໄດ້ພາ ໄປກວດຢູ່ໂຮງໝໍເມືອງ ແລະ ຖືກນຳສົ່ງມາຍັງສຸກເສີນຂອງໂຮງໝໍແຂວງວຽງຈັນໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ• ໃນເວລາ 23:00 ໂມງ: ຄົນເຈັບໄດ້ເສຍຊີິວິດ

2. ເພດຍິງ, ອາຍຸ 50 ປີ, ອາຊີບ: ຄ້າຂາຍ, ບ້ານຫາດສະ, ເມືອງປາກທາ, ແຂວງບໍ່ແກ້ວ– ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເຄີຍຜ່າຕັດໜີ້ວໄຂ່ຫຼັງໄດ້ 10 ປີ– ຜ່ານມາບໍ່ໄດ້ສັກວັກຊີນ ກັນໂຄວິດ -19– ວັນທີ 24 ພະຈິກ 2021 : ມາໂຮງໝໍດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ຕົນຕົວກໍ່າແຫຼ້,ກະວົນກະວາຍ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອຄົນເຈັບເຂົ້າມາປິ່ນປົວຢູ່ຫ້ອງມໍລະສຸມ , ດ້ວຍລະບົບຫາຍໃຈຊຸດໂຊມ, ຕົນຕົວກໍ່າແຫຼ້, ກະວົນກະວາຍ, ວັດແທກຄວາມດັນບໍ່ໄດ້ ແລະ ອົກຊີຕໍ່າ.– ຮອດ ວັນທີ 25 ພະຈິກ 2021.ຄົນເຈັບມີ ໄດ້ ເສຍ ຊີວິດ .

3. ເພດຊາຍ, ອາຍຸ 49 ປີ, ອາຊີບ: ເຮັດນາ, ບ້ານໂພນສະຫວ່າງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ– ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມ.– ຜ່ານມາໄດ້ສັກວັກຊີນກັນໂຄວິດ -19 ຄົບ.– ວັນທີ 19 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້າມານອນປິ່ນປົວຢູ່ໂຮງໝໍແຂວງ ດ້ວຍອາການງ່ວງຊືມ ແລະ ບໍ່ໄດ້ສະຕິ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອ.– ໄລຍະທີ່ນອນປິ່ນປົວຢູ່ມໍລະສຸມຂອງໂຮງໝໍດັ່ງກ່າວ ເປັນເວລາ 07 ວັນ– ມາເວລາ 19:30 ໂມງ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ.

4. ເພດຊາຍ, ອາຍຸ 73 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ– ພະຍາດປະຈໍາຕົວ: 10 ປີ ຫລັງເປັນວັນນະໂລກປອດກິນຢາຄົບ, ເປັນເບົາຫວານ ແລະ ຄວາມດັນເລືອດສູງ– ໄດ້ຢາສັກຢາວັກຊີນຄົບ– ວັນທີ 15 ພະຈິກ 2021: ຄົນເຈັບມີໄອ ແຕ່ບໍ່ໄດ້ໄປກວດ– ວັນທີ 18 ພະຈິກ 2021: ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ແລ້ວສົ່ງໄປສົ່ງສູນລ້ານຊ້າງ– ວັນທີ 19 ພະຈິກ 2021: ຜູ້ກ່ຽວມີອາການຫນັກລົງ ຫາຍໃຈຝືດ, ໄອ, ອົກຊີຕໍ່າ, ກະວົນກະວາຍ ຈຶ່ງໄດ້ຍ້າຍມາ ຕິດຕາມຢູ່ໂຮງຫມໍມິດຕະພາບ– ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ ເປັນເວລາ 8 ວັນ– ຮອດເວລາ 06:10 ວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

5. ເພດຍິງ, ອາຍຸ 42 ປີ, ອາຊີບແມ່ເຮືອນ, ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ– ບໍ່ມີພະຍາດປະຈໍາຕົວ ແລະ ບໍ່ໄດ້ສັກຢາວັກຊີນ– ວັນທີ 22 ພະຈິກ 2021 ກວດພົບຕິດເຊື້ອໂຄວິດ-19– ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍເມືອງປາກງື່ມ (ຫຼັງການຜ່າຕັດເກີດລູກເວລາ00:00 ໂມງ 24 ພະຈິກ 2021 ທີ່ໂຮງໝໍເມືອງປາກງື່ມ). ໄດ້ສົ່ງຕໍ່ປິ່ນປົວທີ່ໂຮງໝໍມິດຕະພາບo ເວລາ ຕໍ່ມາມີອາການຫາຍໃຈບໍ່ອິ່ມ, ຊັກ , ຄົນເຈັບກະວົນກະວາຍ ແລະ ບໍ່ໄດ້ສະຕິ ໄດ້ແຍ່ທໍ່ຊ່ວຍຫາຍໃຈo ເວລາ 15:30 ນທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

6. ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ-​ພະຍາດປະຈໍາຕົວ: ເບົາຫວານ-​ໄດ້ຮັບສັກຢາວັກຊີນຄົບສອງເຂັມ-​ຄົນເຈັບມີອາການບໍ່ສະບາຍ ມາໄດ້ປະມານສອງອາທິດ ແລະ ໄດ້ໄປຫາໝໍ ຫຼາຍຄຣິນິກ ແຕ່ອາການບໍ່ດີຂື້ນວັນທີ 26 ພະຈິກ 2021: ຜູ້ກ່ຽວມາກວດ ຢູ່ໂຮງໝໍກະເສມລາດ ດ້ວຍອາການຖອກທ້ອງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19 ພົບເຊື້ອ ແລະ ເວລາຕໍ່ມາຄົນເຈັບໜັກລົງແພດໄດ້ຊ່ວຍປ້ຳຫົວໃຈ ແລະ ເຊີດຊູ ແຕ່ຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

7. ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ-​ພະຍາດປະຈໍາຕົວ: ເບົາຫວານ ຫລາຍກວ່າ 03 ປີ ແລະ ຄວາມດັນເລືອດສູງ ກິນຢາປະຈໍາ-​ໄດ້ສັກຢາວັກຊີນ ຄົບ-​ວັນທີ 11 ພະຈິກ 2021: ຜົນກວດຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລະ ໄດ້ກັກໂຕ ຢູ່ໂຮງແຮມລະອອງດາວ-​ມາຮອດທີ 13 ພະຈິກ 2021: ຄົນເຈັບ ມີອາການເມື່ອຍ ແລະ ຫາຍໃຈບໍ່ສະດວກຈີ່ງສົ່ງ ເຂົ້າມາປົວ ຢູ່ໂຮງໝໍເສດຖາທິລາດ ເປັນເວລາ 12 ວັນ-​ມາຮອດເວລາ 10:35 ນາທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.